ເມືອງລ້ານຊ້າງ ແຂວງຢຸນນານ ສົ່ງເສີມການພັດທະນາ ດ້ວຍວັດທະນະທໍາເສີມການທ່ອງທ່ຽວ

2023-07-27 18:30:21
ມາຈາກ:

ຊຸມປີມໍ່ໆມານີ້, ເມືອງປົກຄອງຕົນເອງເຜົ່າລາກູ ລ້ານຊ້າງ ນະຄອນພູເອີ ແຂວງຢຸນນານ ໄດ້ ສົ່ງເສີມການພັດທະນາ ດ້ວຍວັດທະນະທໍາເສີມການທ່ອງທ່ຽວ ໂດຍຜ່ານການປັບປຸງລະບົບການບໍລິການ. ປັດຈຸບັນນີ້, ໂຄງປະກອບດ້ານອາຫານການກິນ, ການພັກເຊົາ, ການເດີນທາງ, ການທ່ອງທ່ຽວ, ການຊື້ເຄື່ອງ, ການບັນເທີງແບບຄົບວົງຈອນຂອງເມືອງນີ້ ໄດ້ເປັນຮູບເປັນຮ່າງຂຶ້ນ. ຕາມສະຖິຕິໃຫ້ຮູ້ວ່າ, ເດືອນມັງກອນ ຫາ ເດືອນພຶດສະພາ ປີ 2023 ເມືອງລ້ານຊ້າງໄດ້ຕ້ອນຮັບນັກທ່ອງທ່ຽວ 3.014.300 ເທື່ອຄົນ, ບັນລຸລາຍຮັບດ້ານການທ່ອງທ່ຽວກວມລວມເຖິງ 3,388 ຕື້ຢວນ.


ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ

ເມືອງລ້ານຊ້າງ ແຂວງຢຸນນານ ສົ່ງເສີມການພັດທະນາ ດ້ວຍວັດທະນະທໍາເສີມການທ່ອງທ່ຽວ