ຝົນຕົກໜັກຢູ່ປັກກິ່ງເຮັດໃຫ້ 11 ຄົນເສຍຊີວິດ

2023-08-03 16:52:11
ມາຈາກ:

ຍ້ອນໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນດອກຊູຣີ (Typhoon Doksuri), ປັກກິ່ງໄດ້ປະສົບກັບຝົນຕົກຫນັກຢ່າງຕໍ່ເນື່ອງນັບຕັ້ງແຕ່ວັນທີ 29 ກໍລະກົດ, ພາກຕາເວັນຕົກ, ຕາເວັນຕົກສຽງໃຕ້ ແລະ ພາກໃຕ້ຂອງປັກກິ່ງ ກໍໄດ້ເກີດຝົນຕົກໜັກທີ່ສຸດ. ເຮັດໃຫ້ເກີດໄພນ້ຳຖ້ວມຢູ່ບາງພື້ນທີ່່ຂອງເຂດເມິນໂທວໂກວທີ່ຕັ້ງຢູ່ພາກຕາເວັນຕົກຂອງປັກກິ່ງ. ມາຮອດເວລາ 6:00 ໂມງຂອງວັນທີ 1 ສິງຫາ, ຝົນຕົກໜັກຢູ່ນະຄອນຫຼວງປັກກິ່ງໄດ້ເຮັດໃຫ້ 11 ຄົນເສຍຊີວິດ ແລະ ຂາດການຕິດຕໍ່ອີກ 27 ຄົນ, ໄພພິບັດທຳມະຊາດນີ້ໄດ້ເຮັດໃຫ້ 44.673 ຄົນໃນ 13 ເຂດເມືອງຂອງນະຄອນຫຼວງປັກກິ່ງໄດ້ຮັບຜົນກະທົບ.

ເວລາ 9 ໂມງຂອງວັນທີ 2 ສິງຫາ, ປະລິມານນ້ຳໄຫຼໃນບັນດາແມ່ນໍ້າເຊັ່ນອ່າງແມ່ນ້ຳຢົງຕິງ, ອ່າງແມ່ນ້ຳເປີຍຢຸ້ນ ແລະ ອ່າງແມ່ນ້ຳຕ້າສືໃນນະຄອນຫຼວງປັກກິ່ງໄດ້ຫຼຸດລົງຕ່ຳກວ່າມາດຕະຖານການເຕືອນໄພນ້ຳຖ້ວມ ແລະ ໄດ້ມີການຍົກເລີກຄຳສັ່ງເຕືອນໄພນ້ຳຖ້ວມ.

ແຫຼ່ງຂ່າວ: ສຳນັກຂ່າວຊີນຮວາ, ໜັງສືພິມລາຍວັນປັກກິ່ງ

ຝົນຕົກໜັກຢູ່ປັກກິ່ງເຮັດໃຫ້ 11 ຄົນເສຍຊີວິດ