ມາແຂວງຢຸນນານ, ເລາະຕະຫຼາດຊາວກະສິກອນ

2023-08-03 16:54:15
ມາຈາກ:

ທຸກໆປີໃນຊ່ວງເດືອນກໍລະກົດຫາເດືອນກັນຍາແມ່ນໄລຍະພັກຮ້ອນຂອງຈີນ. ຫວ່າງມໍ່ໆມານີ້, ແຂວງຢຸນນານໄດ້ກາຍເປັນສະຖານທີ່ທ່ອງທ່ຽວຍອດນິຍົມທີ່ໄດ້ຮັບເລືອກຈາກນັກທ່ອງທ່ຽວທົ່ວໂລກໃນໄລຍະພັກຮ້ອນຂອງເຂົາເຈົ້າ. ເມື່ອເດີນທາງໄປທ່ຽວຢູ່ແຂວງຢຸນນານ, ນັກທ່ອງທ່ຽວລ້ວນແລ້ວແຕ່ຕ້ອງເລາະຕະຫຼາດຊາວກະສິກອນຂອງແຂວງຢຸນນານ.

ໃນຕະຫຼາດຊາວກະສິກອນຈວນຊິນຕ້າກວນຄຸນໝິງ, ຮ້ານຂາຍອາຫານເຍື່ອງພິເສດທຸກປະເພດເຕັມໄປດ້ວຍປະຊາຊົນ ແລະ ນັກທ່ອງທ່ຽວມາຊື້ອາຫານ. ໃນຖານະທີ່ເປັນຕະຫຼາດຊາວກະສິກອນທີ່ໃຫຍ່ທີ່ສຸດ ແລະ ສົມບູນຄົບຖ້ວນທີ່ສຸດໃນເຂດຕົວເມືອງຕົ້ນຕໍຂອງນະຄອນຄຸນໝິງ, ຕະຫຼາດຊາວກະສິກອນຈວນຊິນຕ້າກວນໄດ້ມີຜັກ, ໝາກໄມ້ ແລະ ອາຫານແຊບຊ້ອຍນ້ອຍໃຫຍ່ທຸກຊະນິດທີ່ເຕັມໄປດ້ວຍລົດຊາດຂອງແຂວງຢຸນນານ. ເປັນຈຸດທີ່ມີທັດສະນີຍະພາບທີ່ດີທີ່ສຸດເພື່ອໃຫ້ນັກທ່ອງທ່ຽວເຂົ້າໃຈຮີດຄອງປະເພນີຂອງແຂວງຢຸນນານ ແລະ ຮູ້ສຶກສໍາຜັດໄດ້ເຖິງວິຖີຊີວິດຂອງແຂວງຢຸນນານ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ

ມາແຂວງຢຸນນານ, ເລາະຕະຫຼາດຊາວກະສິກອນ