ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 7 ເປີດຂຶ້ນຢູ່ນະຄອນຄຸນໝິງ

2023-08-17 18:46:51
ມາຈາກ:

ວັນທີ 16 ສິງຫານີ້, ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກຄຸນໝິງຈີນ ຄັ້ງທີ 27 ໄດ້ເປິດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ.

ງານວາງສະແດງຄັ້ງນີ້ຈັດຂຶ້ນ​ລະ​ຫວ່າງວັນທີ 16 ​ຫາ 20 ສິງຫານີ້ ໂດຍ​ມີ 15 ​ຫໍ​ວາງ​ສະ​ແດງ, ໃນໄລຍະຈັດ​ງານ​ວາງ​ສະ​ແດງ, ຈະຈັດກອງປະຊຸມ​ປຶກ​ສາ​ຫາ​ລື 14 ຄັ້ງ ແລະ ກິດຈະກໍາເສດ​ຖະ​ກິດການ​ຄ້າ 20 ລາຍການ. ມີ​ຜູ້ແທນຈາກ 85 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງ, 28 ​ແຂວງ(ເຂດ, ນະຄອນ), ແລະ ວິສາຫະກິດ 89 ແຫ່ງຈາກບໍລິສັດທີ່ເຂັ້ມແຂງ 500 ແຫ່ງໃນໂລກ ແລະ ວິສາຫະກິດ 42 ແຫ່ງຈາກບໍລິສັດທີ່ເຂັ້ມແຂງ 500 ແຫ່ງຂອງຈີນເຂົ້າຮ່ວມ, ລວມມີ​ບໍ​ລິ​ສັດ​ 30.000 ກວ່າແຫ່ງເຂົ້າຮ່ວມແບບທາງ​ອອນ​ລາຍ ແລະ ອັອ​ຟ​ລາຍ. ປະເທດອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ປະເທດສະມາຊິກສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານ ຂອງ ພາກພື້ນ ຫຼື RCEP ​ທັງ​ໝົດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຄັ້ງນີ້.

ຂ່າວ:​ ໜັງສືພິມລາຍວັນຢຸນນານ

ງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 7 ເປີດຂຶ້ນຢູ່ນະຄອນຄຸນໝິງ