ສະໜາມບິນອັງກໍວັດສຽບລຽບເປີດສາຍການບິນຢ່າງເປັນທາງການ

2023-10-16 16:47:18
ມາຈາກ:

ໂຄງການກໍ່ສ້າງສະໜາມບິນສາກົນອັງກໍວັດສຽມລຽບ ຕັ້ງຢູ່ເມືອງໂຊກນີກົງ ແຂວງສຽມລຽບ, ຫ່າງຈາກອັງກໍວັດ ປະມານ 40 ກິໂລແມັດ, ຫ່າງຈາກເຂດເມືອງສຽມລຽບ 51 ກິໂລແມັດ, ສະໜາມບິນດັ່ງກ່າວມີເນື້ອທີ່ 700 ເຮັກຕາ, ປະລິມານຮອງຮັບ ຜູ້ໂດຍສານຕາມການອອກແບບແມ່ນ 7 ລ້ານເທື່ອຄົນຕໍ່ປີ. ໂຄງການດັ່ງກ່າວແມ່ນການລົງທຶນຮ່ວມ ລະຫວ່າງ ກຸ່ມບໍລິສັດລົງທຶນຢູນນານ, ກຸ່ມບໍລິສັດກໍ່ສ້າງ-ລົງທຶນ​ແລະຖືຮຸ້ນແຂວງຢູນນານຈໍາກັດ, ກຸ່ມບໍລິສັດສະໜາມບິນຢູນນານ (ກຸ່ມບໍລິສັດການລົງທຶນການບິນໃນປັດຈະບັນ)ເພື່ອສ້າງຕັ້ງບໍລິສັດລົງທຶນສະໜາມບິນສາກົນອັງກໍວັດ (ກໍາປູເຈຍ) ຮຸ້ນສ່ວນຈໍາກັດ ເພື່ອເປັນບໍລິສັດຮັບຜິດຊອບການປະຕິບັດໂຄງການ, ໃນເດືອນມີນາ 2020 ໂຄງການດັ່ງກ່າວໄດ້ເລີ່ມຕົ້ນດໍາເນີນການກໍ່ສ້າງ ແລະ ເປີດການບິນຢ່າງເປັນທາງການໃນວັນທີ 16 ຕຸລາ 2023.


ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ

ສະໜາມບິນອັງກໍວັດສຽບລຽບເປີດສາຍການບິນຢ່າງເປັນທາງການ