ງານສະແດງສິລະປະບົດເພງຫຼາກຫຼາຍສີສັນ “ວິຖີຊີວິດແຂວງຢູນນານ” ຈັດຂຶ້ນໃນກອງປະຊຸມສະຫະພັນການສຶກສາດົນຕີສາກົນ ຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ນະຄອນຄຸນໝິງ

2023-10-18 19:10:51
ມາຈາກ:

ວັນທີ 16 ຕຸລາຜ່ານມາ, ມີອະທິການບໍດີ, ນັກວິຊາການ, ນັກປະພັນບົດເພງໄວໜຸ່ມ ແລະ ສິລະປິນ 100 ກວ່າຄົນຈາກ 50 ກວ່າໂຮງຮຽນທີ່ເປັນສະມາຊິກສະຫະພັນການສຶກສາດົນຕີສາກົນ ໄດ້ເຕົ້າໂຮມກັນຢູ່ແຂວງຢູນນານ, ບັນດາແຂດຜູ້ມີກຽດຈະຮ່ວມກັນປຶກສາຫາລືຮ່ວມກັນແບ່ງປັນ ແລະ ຮ່ວມກັນສົນທະນາເລື່ອງອະນາຄົດ, ໃນໄລຍະເວລາດັ່ງກ່າວທາງແຂວງຢູນນານໄດ້ຈັດງານສະແດງສິລະປະ ບົດເພງຫຼາກຫຼາຍສີສັນ “ວິຖີຊີວິດແຂວງຢູນນານ”.
ບໍ່ວ່າມາຈາກປະເທດໃດ, ໃຊ້ພາສາຫຍັງ, ດົນຕີຈະສາມາດກະຕຸ້ນແຮງບັນດານໃຈ ແລະ ຄວາມຮູ້ສຶກຂອງຜູ້ຄົນໄດ້ສະເໝີ. ໄປຄຽງຄູ່ກັບການຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ດໍາເນີນຢ່າງຕໍ່ເນື່ອງ, ປະເທດທີ່ຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ກໍຈະສືບຕໍ່ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນດ້ານຂົງເຂດດົນຕີ. ກອງປະຊຸມສະຫະພັນການສຶກສາດົນຕີສາກົນ ຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ” ສ້າງຕັ້ງຂຶ້ນໃນປີ 2017, ມາຮອດປັດຈຸບັນນີ້, ມີໂຮງຮຽນ 61 ແຫ່ງໄດ້ເຂົ້າເປັນສະມາຊິກ, ໃນນັ້ນມີວິທະຍາໄລດົນຕີສູນກາງຂອງຈີນ (Central Conservatory of Music), ວິທະຍາໄລດົນຕີແຫ່ງຊາດຫວຽດນາມ ມະຫາວິທະຍາໄລມະຫິດົນຂອງປະເທດໄທ ຄະນະວິຊາດົນຕີ ແລະ ວິທະຍາໄລຕ່າງປະເທດອື່ນໆລວມ 37 ແຫ່ງ, ພ້ອມທັງວິທະຍາໄລພາຍໃນປະເທດຈີນ 24 ແຫ່ງ.


ແຫຼ່ງຂ່າວ: ເວັບໄຊຢູນນານ

ງານສະແດງສິລະປະບົດເພງຫຼາກຫຼາຍສີສັນ “ວິຖີຊີວິດແຂວງຢູນນານ” ຈັດຂຶ້ນໃນກອງປະຊຸມສະຫະພັນການສຶກສາດົນຕີສາກົນ ຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ນະຄອນຄຸນໝິງ