ຜູ້ຄົນທີ່ອາໄສຢູ່ເທິງນາຂັ້ນໄດ
2023-10-19 17:55:57
ມາຈາກ:
ນາຂັ້ນໄດຮານີຕັ້ງຢູ່ກິ່ງແຂວງປົກຄອງຕົນເອງເຜົ່າຮານີ ຫົງເຫີ ແຂວງຢູນນານ, ໃນປີ 2013 ນາຂັ້ນໄດຮານີ ຖືກຈັດເຂົ້າບັນຊີລາຍຊື່ມໍລະດົກໂລກ. ເພື່ອພັດທະນາການທ່ອງທ່ຽວ, ເຂດທ່ອງທ່ຽວນາຂັ້ນໄດໄດ້ສ້າງກະສິກໍາລະບົບນິເວດທີ່ມີການພັດທະນາແບບຍືນຍົງ ກໍຄື “ລະບົບເຂົ້ານາ ກັບ ປາຢູ່ຮ່ວມກັນ”. ເນື່ອທີ່ຂອງນາຂັ້ນໄດຮານີ ມີທັງໝົດປະມານ 100 ກວ່າມູ້ (15 ມູ້ເທົ່າກັບ 1 ເຮັກຕາ), ນາຂັ້ນໄດຢູ່ທີ່ນີ້ ມີທິວທັດທໍາມະຊາດທີ່ດີເດັ່ນ ເໝືອນດັ່ງພາບແກະສະຫຼັກຢ່າງບໍ່ສິ້ນສຸດ ຊຶ່ງແມ່ນຜົນງານການປູກຝັງມາຍາວນານກວ່າ 1300 ປີຂອງຄົນຮານີຢູ່ທີ່ນີ້. ຄົນຮານີຮຸ່ນຕໍ່ຮຸ່ນກໍໄດ້ສ້າງນາຂັ້ນໄດຢູ່ທີ່ນີ້, ຈຶ່ງກໍ່ໃຫ້ເກີດພາບທິວທັດອັນສວຍງາມຕະການຕາອອກມາ.