ເມືອງເກົ່າລີ້ຈ່ຽງ

2023-10-23 16:57:48
ມາຈາກ:

ເມືອງເກົ່າລີ້ຈ່ຽງຕັ້ງຢູ່ເຂດເມືອງເກົ່າລີ້ຈ່ຽງແຂວງຢູນນານ,​ ໃນປີ 1997 ຖືກຈັດເຂົ້າບັນຊີລາຍຊື່ມໍລະດົກວັດທະນະທໍານາມທະທໍາໂລກ. ເມືອງເກົ່າລີ້ຈ່ຽງ ໄດ້ສ້າງຕັ້ງຂຶ້ນໃນທ້າຍລາຊະວົງຊົ້ງ ແລະ ຕົ້ນລາຊະວົງຢວນ (ທ້າຍສະຕະວັດ XIII ຕາມ ຄສ), ມີລະດັບໜ້ານໍ້າທະເລ 2400 ກວ່າແມັດ, ມີເນື່ອທີ່ທັງໝົດ 3,8 ຕາລາງກິໂລແມັດ.

ເມືອງເກົ່າລີ້ຈ່ຽງ ເປັນເມືອງແຫ່ງໜຶ່ງໄດ້ລວມສູນຄຸນຄ່າດ້ານວັດທະນະທໍາ ແລະ ປະຫວັດສາດ, ຊຶ່ງໄດ້ສະແດງໃຫ້ເຫັນເຖິງວັດທະນະທໍາ ແລະ ຮີດຄອງປະເພນີຂອງຊົນເຜົ່າຢ່າງເຂັ້ມຂຸ້ນ. ສະຖາປັດຕະຍະກໍາຂອງເມືອງເກົ່ານີ້ ໄດ້ຜ່ານຫຼາຍລາຊະວົງ, ຊຶ່ງໄດ້ເຊື່ອມໂຍງຈຸດພິເສດວັດທະນະທໍາລະຫວ່າງເຜົ່າຮັ້ນ, ເຜົ່າປາຍ, ເຜົ່າຢີ ແລະ ເຜົ່າຈ້າງ, ຍັງໄດ້ຮັກສາຄວາມເປັນເອກະລັກຂອງວັດທະນະທໍາເຜົ່ານາຊີໄວ້ຢ່າງໝັ້ນໜຽວ, ຖືເປັນມໍລະດົກທີ່ຫາຍາກ ແລະ ສໍາຄັນໃນດ້ານການຄົ້ນຄວ້າປະຫວັດສາດສະຖາປັດຕະຍະກໍາ ແລະ ວັດທະນະທໍາຈີນ. ເມືອງເກົ່າລີ້ຈ່ຽງຍັງມີລະບົບການລະບາຍນໍ້າທີ່ເກົ່າແກ່ ທີ່ສັບໄຂວ່ໄປມາຕາມຕົວເມືອງ ແລະ ມີການອອກແບບຢ່າງພິຖີພິຖັນ, ຈົນມາຮອດປັດຈຸບັນນີ້ຍັງໄດ້ເສີມຂະຫຍາຍບົດບາດການລະບາຍນໍ້າຢ່າງມີປະສິດທິພາບ.

 

ເມືອງເກົ່າລີ້ຈ່ຽງ