ອຸດສາຫະກໍາກິລາກາງແຈ້ງຂອງແຂວງຢູນນານ ເປັນຫຍັງສາມາດພົ້ນເດັ່ນອອກມາໄດ້?

2023-10-27 12:47:42
ມາຈາກ:

ປັດຈຸບັນນີ້, ກອງປະຊຸມອຸດສາຫະກິດກິລາກາງແຈ້ງຈີນ ປີ 2023 ກໍາລັງຢູ່ກິ່ງແຂວງຕ້າຫຼີ. ແຂວງຢູນນານມີເງື່ອນໄຂ ແລະ ທ່າແຮງຫຍັງ ຈຶ່ງສາມາດຖືກຄັດເລືອກເປັນ ສະຖານທີ່ຈັດ ກອງປະຊຸມອຸດສາຫະກໍາກິລາກາງແຈ້ງຈີນ ຄັ້ງທໍາອິດນີ້?

ແຂວງຢູນນານຕັ້ງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ຊຶ່ງໃກ້ຄຽງກັບແຂວງອ້ອມຂ້າງ ແລະ ຕິດຈອດກັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໂດຍລວມແລ້ວມີຄົມມະນາຄົມທີ່ສະດວກວ່ອງໄວ. ພ້ອມດຽວກັນນັ້ນ, ແຂວງຢູນນານມີວັດທະນະທໍາຊົນເຜົ່າ ແລະ ທິວທັດທໍາມະຊາດແບບຫຼາກຫຼາຍສີສັນ, ສາມາດສະໜອງຮູບແບບການສໍາຜັດ ແລະ ແຫຼ່ງທິວທັດທີ່ອຸດົມສົມບູນໃຫ້ແກ່ການຫຼິ້ນກິລາກາງແຈ້ງໄດ້. ຄວາມເປັນເອກະລັກດ້ານພູມມີສາດ ແລະ ທ່າແຮງດ້ານວັດທະນະທໍາ ເຮັດໃຫ້ແຂວງຢູນນານກາຍເປັນຈຸດໝາຍປາຍທາງຂອງກິລາກາງແຈ້ງ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ມັກຮັກກິລາຈາກທົ່ວປະເທດ, ພ້ອມທັງເຮັດໃຫ້ແຂວງຢູນນານກາຍເປັນເຂດທີ່ນໍາໜ້າດໍາເນີນການຄົ້ນຄວ້າ ແລະ ພັດທະນາກິລາກາງແຈ້ງຂອງປະເທດຈີນ.

ຜະລິດຕະພັນທີ່ສົມທົບກັບກິລາກາງແຈ້ງແຂວງຢູນນານນັບມື້ນັບອຸດົມສົມບູນຂຶ້ນ. ການແລ່ນມາລາທອນໂດຍອົງການການຮ່ວມມືຊຽງໄຮເປັນເຈົ້າພາບຈັດຂຶ້ນຢູ່ນະຄອນຄຸນໝິງ, ບຸນເທສະການການຂີ່ລົດຖີບສາກົນ ຢູນນານ-ກຣິບຟິນເດີ (Gryffindor)ທີ່ມີຊື່ສຽງດັງກ້ອງໄປທົ່ວທັງພາຍໃນ ແລະ ຕ່າງປະເທດ, ກິລາການປີນພູ, ການຍ່າງ, ມາລາທອນ, ການປັ່ນລົດຖີບ, ການຂີ່ລົດຈັກ, ໂດດຈ້ອງ, ຢືນພາຍເຮືອ, ການຫຼິ້ນຫິມະ ແລະອື່ນໆ ໄດ້ກາຍເປັນຈຸດພົ້ນເດັ່ນຂອງການບໍລິໂພກໃໝ່,​ ຈໍານວນລາຍການທີ່ເຂົ້າບັນຊີໂຄງການກິລາທ່ອງທ່ຽວຂອງຈີນ ໄດ້ນອນໃນແຖວໜ້າຂອງທົ່ວປະເທດຈີນ, ໂດຍພື້ນຖານແລ້ວ ໄດ້ກາຍເປັນລະບົບການສະໜອງຜະລິດຕະພັນກິລາທີ່ຄອບຄຸມໄປດ້ວຍ “ທາງນໍ້າ, ທາງອາກາດ, ທາງພູ, ທາງຫິມະ, ທາງນໍ້າກ້ອນ”.

ແຂວງຢູນນານມີສັກກະຍະພາບດ້ານຕະຫຼາດກິລາກາງແຈ້ງຢ່າງຫຼວງຫຼາຍ. ແຂວງຢູນນານເປັນແຂວງໃຫຍ່ຂອງການທ່ອງທ່ຽວຈີນ, ມີຕະຫຼາດພາຍໃນແຂວງ 47 ລ້ານຄົນ, ຍັງມີຕະຫຼາດໃຫຍ່ພາຍໃນທົ່ວປະເທດຈີນ 1,4 ຕື້ຄົນ, ຊຶ່ງໄດ້ແຜ່ລັດສະໝີໄປສູ່ ຕະຫຼາດສາກົນໂດຍສະເພາະພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ 2,3 ຕື້ຄົນ, ມີໂອກາດຢ່າງຫຼວງຫຼາຍໃນດ້ານການພັດທະນາອຸດສາກະກໍາກິລາກາງແຈ້ງທີ່ຖືເອົາ “ການຊົມເບິ່ງທິວທັດ + ກິລາກາງແຈ້ງ + ການສໍາຜັດການແຂ່ງຂັນ”. ເດືອນມັງກອນຫາເດືອນກໍລະກົດຂອງປີນີ້ແຂວງຢູນນານໄດ້ຮັບນັກທ່ອງທ່ຽວ 625 ລ້ານເທື່ອຄົນ, ລາຍຮັບຈາກການທ່ອງທ່ຽວມີເຖິງ 776,8 ຕື້ຢວນ .

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ

ບັນນາທິການ: Yang Chunmei

ອຸດສາຫະກໍາກິລາກາງແຈ້ງຂອງແຂວງຢູນນານ ເປັນຫຍັງສາມາດພົ້ນເດັ່ນອອກມາໄດ້?