ນັກຮຽນປະຖົມ ແລະ ມັດທະຍົມຂອງປະເທດຕ່າງໆທີ່ເຂົ້າ ຮ່ວມ “ຂົວພາສາຈີນ” ໄດ້ເດີນທາງມາເຂົ້າຮ່ວມກິດຈະກໍາ ຕ່າງໆຢູ່ແຂວງຢູນນານຢ່າງມ່ວນຊື່ນ

2023-11-06 16:28:37
ມາຈາກ:

ການແຂ່ງຂັນ​ເວົ້າພາສາຈີນ “ຂົວພາສາຈີນ” ຂອງນັກຮຽນມັດທະຍົມທົ່ວໂລກ ຄັ້ງທີ 16 ແລະ ການແຂ່ງ​ຂັນ​ເວົ້າພາສາຈີນຂອງນັກຮຽນປະຖົມທົ່ວໂລກ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ແລະ ແຂວງຢູນນານລະຫວ່າງ ວັນທີ 16 ຫາ 31 ຕຸລາ 2023 (ໄດ້​ສະ​ເຫຼີຍ​ຜົນ​ໃນ​ຕອນ​ຄ່ຳວັນທີ 30 ຕຸ​ລາ​ຜ່ານ​ມາ). ມີນັກຮຽນ​ປະ​ຖົມ 58 ຄົນ ແລະ ນັກ​ຮຽນມັດທະຍົມ ​110 ຄົນ ພ້ອມດ້ວຍຜູ້ປົກຄອງ ແລະ ຄູອາຈານຂອງພວກເຂົາ​ເຈົ້າ ຕ່າງໄດ້ເຂົ້າຮ່ວມກິດຈະກໍາ ແລະ ການແຂ່ງຂັນ​ທີ່​ກ່ຽວ​ຂ້ອງ. ​ພວກ​ເຂົາ​ເຈົ້າ ໄດ້​ໄປ​ຢ້ຽມ​ຢາມຄອບ​ຄົວ​ຊາວ​ທ້ອງ​ຖິ່ນ, ​ເຂດຊຸມຊົນ,ໂຮງຮຽນ ແລະ ຕະຫຼາດແຫ່ງ​ຕ່າງໆ, ໄດ້ເນັ້ນ​ໃສ່ “ການສໍາຜັດປະເທດຈີນ ແລະ ທຳ​ຄວາມ​ເຂົ້າ​ໃຈ​​ຕໍ່ແຂວງຢູນນານ”, ໂດຍຜ່ານ “ການແຂ່ງຂັນ, ​ການຮຽນ, ການ​ທ່ອງ​ທ່ຽວ ແລະ ການເຂົ້າຮ່ວມກິດຈະກໍາ” ເພື່ອສໍາຜັດ​ກັບ “ວິຖີຊີວິດຂອງແຂວງຢູນນານ” ຢ່າງເລິກ​ເຊິ່ງ.


ບົດ/ພາບໂດຍ: ຈູໄຮ, ດ້ວນຊູຫັງ

ນັກຮຽນປະຖົມ ແລະ ມັດທະຍົມຂອງປະເທດຕ່າງໆທີ່ເຂົ້າ ຮ່ວມ “ຂົວພາສາຈີນ” ໄດ້ເດີນທາງມາເຂົ້າຮ່ວມກິດຈະກໍາ ຕ່າງໆຢູ່ແຂວງຢູນນານຢ່າງມ່ວນຊື່ນ