ມາ​ຊົມ​ນົກ​ນາງນວນ​ຢູ່​ນະ​ຄອນ​ຄຸນ​ໝິງ

2023-11-08 15:05:32
ມາຈາກ:

ຫຼາຍ​ມື້​ມໍ່ໆ​ມາ​ນີ້, ນົກ​ນາງນວນ​ປາກ​ແດງ​ທີ່​ມາ​ພັກ​ລະ​ດູ​ໜາວ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢູນ​ນານ ພວມ​ຫາ​ກິນ​ຢູ່​ຕາມ​ໜອງ​ຕ່ຽນ​ສື ຊຶ່ງ​ໄດ້​ດຶງ​ດູດ​ຊາວ​ເມືອງ​ ແລະ​ ນັກ​ທ່ອງ​ທ່ຽວ​ທັງຫຼາຍ​ມາ​ຊົມ​ນົກ ແລະ ເກືອ​ນົກ​ເປັນ​ຈຳ​ນວນຫຼວງຫຼາຍ. ຕາມ​ຂ່າວ​ແຈ້ງວ່າ, ນົກ​ນາງນວນ​ປາກ​ແດງ​ທີ່​ຍ້າຍ​ຖີ່ນມາ​ເຖິງ​ນະ​ຄອນ​ຄຸນ​ໝິງ​ຊຸດ​ທຳ​ອິດ​ມີ​ເກືອບ 5.000 ໂຕ ແລະ ນົກ​ນາງນວນ​ປາກ​ແດງ​ທັງຫຼາຍ​ຍັງ​ຈະ​ພາ​ກັນ​ບິນ​ມາ​ເຖິງ​ນະ​ຄອນ​ຄຸນ​ໝິງ​ຕາມໆ​ກັນ ເພື່ອ​ພັກ​ລະ​ດູ​ໜາວ. ນັບ​ແຕ່​ປີ 1985 ເປັນ​ຕົ້ນ​ມາ, ນົກ​ນາງນວນ​ປາກ​ແດງ​ໄດ້​ມາ​ພັກ​ລະ​ດູ​ໜາວ​ຢູ່​ນະ​ຄອນ​ຄຸນ​ໝິງ​ເປັນ 30 ກວ່າ​ປີ​ຕິດ​ຕໍ່​ກັນ​ແລ້ວ. ພວກ​ມັນ​ໄດ້​ບິນ​ມາ​ຈາກ​ເຂດ​ຊີ​ເບີ​ເຣຍ​ມາ​ເຖິງ​ນະ​ຄອນ​ຄຸນ​ໝິງ ແລະ ພັກ​ຢູ່​ນະ​ຄອນ​ຄຸນ​ໝິງ​ເປັນ​ເວ​ລາ​ເຄິ່ງ​ປີ​ກວ່າ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ ພາບໂດຍ: Yang Zheng ບັນນາທິການ: Yang Chunmei

 

ມາ​ຊົມ​ນົກ​ນາງນວນ​ຢູ່​ນະ​ຄອນ​ຄຸນ​ໝິງ