ຂ້ອຍຍັງຢາກໄປຈີນເທື່ອທີ 3 ແລະ ເທື່ອທີ 4

2023-11-09 18:24:38
ມາຈາກ:

“ຂ້ອຍ​ມັກ​ໝູ່​ຄົນ​ຈີນ ແລະມັກ​ວັດ​ທະ​ນະ​ທຳ​ຈີນ!” ຫວ່າງ​ມໍ່ໆ​ມາ​ນີ້, ​ນາງພອນພິວັນ ຈັນທະວົງສາ ນັກ​ຮຽນ​ລາວ​ທີ່​ຫາ​ກໍ່ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນບອກ​ນັກ​ຂ່າວ​ວ່າ: “ຂອບ​ໃຈ​​ການ​ເຊື້ອ​ເຊີນ​ຂອງທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ຂີ່​ລົດ​ໄຟ​ຕາມ​ທາງ​ລົດ​ໄຟລາວ​-ຈີນ​ ໄປ​ປະ​ເທດ​ຈີນ!”

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາຫາ​ລື​ຫົວ​ຂໍ້​ສະ​ເພາະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 3, ການ​ສົ່ງ​ຈົດ​ໝາຍ​ຫາ​ກັນ​ລະ​ຫວ່າງ​ ນາງພອນພິ​ວັນ​ ກັບ​ ທ່ານ ສີ​ຈິ້ນ​ຜິງ ປະທານ​ປະ​ເທດ​ຈີນ ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ​ສົນໃຈ​ນຳຫຼາຍ. ພາຍຫຼັງ​ກັບ​ມາ​ຈາກ​ປະ​ເທດ​ຈີນ​ແລ້ວ, ນາງພອນພິ​ວັນ​ມີ​ຄວາມ​ປາ​ຖະ​ໜາ​ໃໝ່ ແລະ ແຜນ​ການ​ໃໝ່:“ຂ້ອຍ​ຍັງ​ຢາກ​ໄປ​ຈີນ​ເທື່ອ​ທີ 3 ແລະເທື່ອ​ທີ 4.”

ຕອນ​ບ່າຍ​ວັນ​ທີ 18 ຕຸ​ລາ​ຜ່ານ​ມາ, ໃນ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ​ນັກ​ຮຽນ​ຂອງ​ໂຮງ​ຮຽນປະຖົມສົມບູນລາວ​-ຈີນ​ ບ້ານໜອງ​ປີງ, ນາງໄດ້​ເລົ່າ​​ເລື່ອງ​ກ່ຽວ​ກັບການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ນຳ​ເອົາຄວາມປ່ຽນ​ແປງ​ໃໝ່​​ມາ​ໃຫ້ໂຮງ​ຮຽນ ແລະ ບ້ານ​ເກີດ​ຂອງ​ຕົນດ້ວຍ​ພາ​ສາ​ຈີນ​ທີ່ຫຼ່ຽນ​ໄຫຼ ຢູ່​ໃນກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​.

“ໂຕະ​ຕັ່ງ​ນັກ​ຮຽນ​ທີ່​ໃໝ່​ອ່ຽມ​ສະ​ອາດ​ມີ​ແລ້ວ!” “ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ ແລະ ຕຶກ​ຮຽນ​ໃໝ່​ກໍ​ມີ​ແລ້ວ!” “ປັດ​ຈຸ​ບັນ, ພວກ​ເຮົາ​ໄດ້​ເດີນ​ທາງ​ມາ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ​ສົມ​ດັ່ງ​ຄວາມ​ປາ​ຖະ​ໜາ, ຮູ້​ສຶກ​ດີ​ໃຈ​ທີ່​ສຸດ!” ການ​ປະ​ກອບ​ຄຳ​ເຫັນ​ຂອງ​ນ້ອງ​ສາວ​ນ້ອຍ​ໄດ້​ເຮັດ​ໃຫ້​ສຽງ​ຕົບ​ມື​ດັງ​ຂຶ້ນ​ຢ່າງ​ຄຶກ​ຄື້ນ​ຢູ່​ໃນທີ່​ປະ​ຊຸມ.

ປີ 2019, ກ່ອນ​ຈະ​ເດີນ​ທາງ​ໄປ​ຈີນ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2, ຄູ​ອາຈານ ແລະ ນັກ​ຮຽນ​ໂຮງ​ຮຽນປະຖົມສົມບູນລາວ​-ຈີນ​ ບ້ານໜອງ​ປີງ ຊຶ່ງ​ລວມ​ທັງ​ນາງພອນ​ພິ​ວັນ ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ໂດຍ​ລະ​ບຸ​ວ່າ: ຄວາມ​ຝັນ​ຈີນ ແລະ ຄວາມ​ຝັນ​ລາວ​ໄດ້​ເຊື່ອມ​ຕໍ່​ກັນ​ໂດຍ​ຜ່ານ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ”, ຫວັງ​ວ່າ, ຈະ​ສາ​ມາດ​ຂີ່​ລົດ​ໄຟລາວ-​ຈີນ ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໂດຍ​ໄວ. ຈົດ​ໝາຍ​ຕອບ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້ສົ່ງ​ເສີມ​ໃຫ້​ນັກ​ຮຽນ​ທັງຫຼາຍ​ຈົ່ງ​ເປັນ​ຜູ້​ສືບ​ທອດ​ມິດ​ຕະ​ພາບ​ລາວ-ຈີນ ແລະ ຍິນ​ດີ​ຕ້ອນ​ຮັບ​ພວກ​ເຂົາ​ເຈົ້າ​ຂີ່​ລົດ​ໄຟ​ຕາມທາງ​ລົດ​ໄຟ​ລາວ-ຈີນ ເດີນ​ທາງ​ໄປ​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ໄວ.

“ຂີ່​ລົດ​ໄຟ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ​ໄປ​ປະ​ເທດ​ຈີນ” ໄດ້​ກາຍ​ເປັນ​ຄວາມ​ປາ​ຖະ​ໜາ​ຂອງ​ນັກ​ຮຽນ​ເຫຼົ່າ​ນີ້. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ປ​ະ​ເທດ, ທາງ​ລົດ​ໄຟລາວ-ຈີນ ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງການ​ໃນ​ວັນ​ທີ 3 ທັນ​ວາ​ 2021. ວັນ​ທີ 14 ຕຸ​ລາ​ 2023, ນາງ​ພອນ​ພິ​ວັນ​ໄດ້​ຂີ່​ຂະ​ບວ​ນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ທີ່​ແລ່ນ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ​ເດີນທາງ​ມາ​ເຖິງ​ປະ​ເທດ​ຈີນ​ອີກ​ຄັ້ງ​ໜຶ່ງ.

“ຕ່າງ​ກັນ​ກັບ​ການ​ຂີ່​ເຮືອ​ບິນ​ມາ​ເທື່ອ​ແລ້ວ​ນີ້, ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ສາ​ມາດ​ສຳ​ຜັດ​ກັບ​ທິວ​ທັດ​ທຳ​ມະ​ຊາດ ແລະ ຕົວ​ເມືອງ​ຂອງ​ຈີນ​ຢ່າງ​ໃກ້​ຊິດ.” ນາງ​ພອນພິ​ວັນ​ບອກ​ນັກ​ຂ່າວ​ວ່າ: “ເທື່ອ​ນີ້, ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຄຸນ​ໝິງ, ນະຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ຊຽງ​ໄຮ້ ແລະ ນະ​ຄອນ​ເສິງ​ຕູ. ໄດ້​ໄປ​ທ່ຽວ​ຊົມ​ກຳ​ແພງ​ເມືອງ​ຈີນ​ທີ່​ໃຫຍ່​ໂຕ​ມະ​ໂຫລານ, ພາບ​ວີວ​ທິວ​ທັດ​ແຄມ​ແມ່​ນ້ຳ​ຫວງ​ຜູ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ນະ​ຄອນ​ຊຽງ​ໄຮ້ ແລະ ນະ​ຄອນກວາງ​ໂຈ່ວ​ທີ່​ສວຍ​ງາມ, ຍັງ​ມີ​ໝີ​ແພນ​ດາ​ທີ່​ໜ້າ​ຮັກ.”

ນາງ​ພອນພິ​ວັນ​ເວົ້າ​ດ້ວຍ​ຄວາມ​ດີ​ໃຈ​ວ່າ: “ເທື່ອ​ນີ້​, ພວກ​ເຮົາ​ໄດ້​ຮ່ວມ​ກັນ​ກັບ​ໝູ່​ນັກ​ຮຽນ​ຈີນ, ສະ​ແດງສິລະປະການຟ້ອນ​ດັ້ງ​ເດີມ​ແບບ​ລາວໆ ແລະ ເປົ່າ​ແຄນ ພ້ອມ​ທັງ​ໄດ້​ແລກ​ປ່ຽນ​ຂອງ​ຂວັນ​ຊຶ່ງ​ກັນ​ແລະ​ກັນ.”ທ່ານນາງ​ ພັນ​ທອງ ຄໍາທອງມີ ຜູ້​ອຳ​ນວຍ​ການ​ໂຮງຮຽນ​ປະຖົມໜອງ​ປີງ​ທີ່ເດີນທາງໄປ​ນຳຄະ​ນະ​ກ່າວ​ວ່າ: “ພວກ​ເຮົາ​ຮູ້​ສຶກ​ມີ​ຄວາມ​ອົບ​ອຸ່ນຫຼາຍ, ປານ​ຄອບ​ຄົວ​ດຽວກັນ.” ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້, ໝູ່​ນັກ​ຮຽນ​ລາວ​ທັງຫຼາຍ​ໄດ້​ສຳ​ຜັດ​ກັບ​ຄວາມ​ຮັກ​ແພງ​ຈາກ​ປະ​ຊາ​ຊົນ​ຈີນ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ, “ຫວັງວ່າ, ຄົນ​ຮຸ່ນ​ໃໝ່​ຈະ​ສາ​ມາດ​ຮ່ຳ​ຮຽນ​ ແລະ ຊ່ວຍຊູ​ຍູ້​ໜູນ​ກັນ, ປະ​ກອບ​ສ່ວນເພື່ອ​ຄວາມ​ກ້າວໜ້າ​ຮ່​ວມກັນຂອງ​ສອງ​ປະ​ເທດລາວ-ຈີນ.”

ຂ່າວ:ສໍານັກຂ່າວສານຊິນຮວາ ບັນນາທິການ: ​Yang Chunmei

ຂ້ອຍຍັງຢາກໄປຈີນເທື່ອທີ 3 ແລະ ເທື່ອທີ 4