ໃນຕອນທ້າຍລະດູໃບໄມ້ຫຼົ່ນ, ນັດພົບກັນທີ່ກິ່ງແຂວງຫົງເຫີ!

2023-11-14 17:19:07
ມາຈາກ:

ໃນຕອນທ້າຍລະດູໃບໄມ້ຫຼົ່ນ, ກິ່ງແຂວງຫົງເຫີ (Honghe) ມີທ້ອງຟ້າເປັນສີຄາມ, ມີອາກາດອົບອຸ່ນ, ມີຫຼາກຫຼາຍສີສັນ, ມີພູເຂົາ ແລະ ແມ່ນໍ້າລໍາເຊຍິ່ງໃຫຍ່ອະລັງການ, ອາຫານທ້ອງຖິ່ນກໍໜ້າຮັບປະທານເປັນຢ່າງຍິ່ງ.

ໃນຕອນທ້າຍລະດູໃບໄມ້ຫຼົ່ນ, ເປັນໄລຍະເວລາທີ່ເໝາະສົມສໍາລັບການໄປທ່ຽວຫຼິ້ນຢູ່ຫົງເຫີຫຼາຍທີ່ສຸດ, ໄປຖໍ້າເກົ່າອາລູກູຕົ້ງເມືອງລູຊີ, ເພື່ອຢ້ອນຜ່ານເວລາເປັນ 100 ລ້ານປີ ຄົ້ນພົບທັດຊະນິຍະພາບຫຼາກຫຼາຍສີສັນຂອງຖໍ້າດັ່ງກ່າວ; ໄປໄລ່ຕາມບາດກ້າວຂອງຜູ້ສືບທອດສິລະປະປັ້ນດິນເຜົາສີອິດ, ຖອດລະຫັດຄວາມລັບສີມືທີ່ສືບທອດກັນມານັບພັນປີຂອງເຈົ້າງານ;​ ໄປຈອບເບິ່ງນາຂັ້ນໄດທີ່ເປັນມໍລະດົກທາງວັດທະນະທໍາໂລກ, ສໍາຜັດກັບອາລິຍະທໍາການປູກພືດທີ່ສືບທອດມາເປັນພັນປີ ແລະ ສໍາຜັດເຖິງພະລັງຂອງມວນມະນຸດ ກັບ ທໍາມະຊາດ; ຍ່າງຫຼິ້ນຢູ່ເມືອງເກົ່າລິນອານ, ສໍາຜັດກັບບູຮານວັດຖຸທາງປະຫວັດສາດທີ່ໄດ້ຮັບການປົກປ້ອງມານັບພັນປີເມື່ອເວລາຜ່ານໄປ.

ບັນນາທິການ: Yang Chunmei

ໃນຕອນທ້າຍລະດູໃບໄມ້ຫຼົ່ນ, ນັດພົບກັນທີ່ກິ່ງແຂວງຫົງເຫີ!