ທິວທັດທໍາມະຊາດເມືອງຈິງຕົງງາມຕະການຕາ ແລະ ມີຝູງນົກອົບພະຍົບມາເຖິງ

2023-11-15 17:56:53
ມາຈາກ:

ຕອນເຊົ້າໃນທ້າຍລະດູໃບໄມ້ຫຼົ່ນ, ເມື່ອທ່ານຍ່າງເລາະລຽບຕາມແຄມນໍ້າ ຢູ່ ເມືອງປົກຄອງຕົນເອງເຜົ່າຢີ ຈິງຕົງ (Jingdong) ນະຄອນພູເອີ (Pu’er) ແຂວງຢູນນານ, ທ່ານຈະຖືກອ້ອມຮອບດ້ວຍກິ່ນອາຍຂີ້ຕົມທີ່ສົດຊື່ນ, ໃນບາງຄັ້ງຮູບຮ່າງສີຂາວບຶດໜຶ່ງກໍບິນໄປບິນມາຈະດຶງດູດສາຍຕາຂອງທ່ານ, ນີ້ແມ່ນນົກອົບພະຍົບທີ່ມາພົບກັນຕາມນັດໃນແຕ່ລະປີ.



ໄປຄຽງຄູ່ກັບສິ່ງແວດລ້ອມທໍາມະຊາດໃນທ້ອງຖິ່ນຖືກປັບປຸງຢ່າງຕໍ່ເນື່ອງ, ຈໍານວນນົກອົບພະຍົບກໍມີການເພີ່ມຂຶ້ນທຸກປີ, ເມືອງຈິງຕົງໄດ້ກາຍເປັນຈຸດພັກທີ່ເພີດເພີນສໍາລານໃຈຂອງນົກທົ່ວໄປ ແລະ ກາຍເປັນສະຖານທີ່ພົ້ນຜ່ານລະດູໜາວຂອງນົກອົບພະຍົບບາງຊະນິດ. ຜູ້ຄົນທີ່ດໍາລົງຊີວິດຢູ່ດິນແດນແຫ່ງນີ້ ນັບມື້ນັບເຂົ້າໃຈດີວ່າ, ພຽງແຕ່ອະນຸລັກຮັກສາທໍາມະຊາດໃຫ້ດີເທົ່ານັ້ນ, ຈຶ່ງສາມາດເຮັດໃຫ້ດິນແດນແຫ່ງນີ້ແຜ່ກະຈາຍຄວາມມີຊີວິດຊີວາອອກມາໄດ້ຢ່າງເຕັມທີ່.


ແຫຼ່ງຂ່າວ: ເວັບໄຊຢູນນານ ບັນນາທິການ: Yang Chunmei

ທິວທັດທໍາມະຊາດເມືອງຈິງຕົງງາມຕະການຕາ ແລະ ມີຝູງນົກອົບພະຍົບມາເຖິງ