ເມືອງລູ້ຍຊຸນ: ງານລ້ຽງຂໍພອນທີ່ສືບທອດກັນມາເປັນເວລາພັນປີ

2023-11-20 17:22:01
ມາຈາກ:

ລະຫວ່າງວັນທີ 16 ຫາ 20 ພະຈິກ, ເທດສະການທ່ອງທ່ຽວງານລ້ຽງໂຕະຍາວຕາມຖະໜົນ ບຸນປີໃໝ່ເດືອນສິບຕາມປະຕິທິນເຜົ່າຮານີ ໄດ້ຟື້ນຟູຄືນໃໝ່, ເມືອງລູ້ຍຊຸນ (Lvchun) ກິ່ງແຂວງປົກຄອງຕົນເອງເຜົ່າຮານີ-ເຜົ່າຢີ ຫົງເຫີ (Honghe) ໄດ້ຈັດງານລ້ຽງ 4065 ໂຕະ, ເພື່ອເຊື້ອເຊີນແຂກຜູ້ມີກຽດຈາກທຸກສາລະທິດມາສະຫຼອງປີໃໝ່ພ້ອມກັນ.

ງານລ້ຽງໂຕະຍາວຕາມຖະໜົນບຸນປີໃໝ່ເດືອນສິບຕາມປະຕິທິນເຜົ່າຮານີ ແມ່ນບຸນມະໂຫລານຕາມປະເພນີຂອງເຜົ່າຮານີເມືອງລູ້ຍຊຸນ, ຊຶ່ງມີປະຫວັດສາດຍາວນານພັນກວ່າປີມາແລ້ວ, ບຸນດັ່ງກ່າວໄດ້ບັນຈຸວັດທະນະທໍາຂອງເຜົ່າຮານີທີ່ເຂັ້ມຂຸ້ນ ແລະ ເກົ່າແກ່. ງານລ້ຽງໂຕະຍາວເປັນບຸນປະເພນີໜຶ່ງໃນບຸນປີໃໝ່ເດືອນສິບຂອງເຜົ່າຮານີ, ໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແລະ ຂໍພອນສິລິມຸງຄຸນຂອງເຜົ່າຮານີ. ພາຍຫຼັງການດຸໝັ່ນຂະຫຍັນພຽນເຮັດວຽກເປັນເວລາປີໜຶ່ງ, ຄອບຄົວເຜົ່າຮານີໄດ້ຮັບໝາກຜົນຢ່າງໃຫຍ່ ມີໝາກໄມ້ເຂົ້າມັນທັນຍາພືດເຕັມສາງ, ມີໄກ່ມີໝູອ້ວນພີດີດັກ, ເພື່ອແບ່ງປັນໝາກຜົນທີ່ໄດ້ຮັບນໍາຜູ້ອື່ນ, ໃນມື້ທີ 5 ຂອງບຸນປີໃໝ່ເດືອນສິບຈະຈັດພິທີ “ໄຂປະຕູປີໃໝ່”, ໃນມື້ນັ້ນທຸກໆຄອບຄົວກໍຈະເຮັດອາຫານເລີດລົດໂດຍອີງໃສ່ຜົນຜະລິດຂອງຄອບຄົວຕົນເອງ, ພ້ອມທັງຈັດວາງໃນໂຕະຫວາຍແລ້ວຕັ້ງໄວ້ຢູ່ໜ້າປະຕູໃຫຍ່ຂອງໝູ່ບ້ານ ເພື່ອຈັດເປັນງານລ້ຽງໂຕະຍາວ ໃຫ້ປະຊາຊົນໝົດບ້ານ ແລະ ແຂກຜູ້ມີກຽດມາຊິມລົດຊາດອັນແຊບຊ້ອຍຂອງອາຫານ, ນີ້ກໍຄືງານລ້ຽງໂຕະຍາວຕາມຖະໜົນທີ່ມີຊື່ສຽງ.


ແຫຼ່ງຂ່າວ: ເວັບໄຊຢູນນານ

ເມືອງລູ້ຍຊຸນ: ງານລ້ຽງຂໍພອນທີ່ສືບທອດກັນມາເປັນເວລາພັນປີ