ນະຄອນຊາງກຣີລາ ແຂວງຢູນນານ ເປີດບໍລິການນໍາໃຊ້ທາງລົດໄຟແລ້ວ

2023-11-27 19:20:43
ມາຈາກ:

ວັນທີ 26 ພະຈິກນີ້, ຂະບວນລົດໄຟ ນະຄອນລີ້ຈ່ຽງ (Lijiang) ຫາ ນະຄອນຊາງກຣີລາ (Shangri-la) ຄ່ອຍໆເດີນທາງອອກຈາກສະຖານີຊາງກຣີລາ, ຕໍ່ມາໄດ້ແລ່ນໄປສູ່ທິດຕາເວັນອອກສ່ຽງໃຕ້ຢ່າງໄວວາ... ເຫດການດັ່ງກ່າວໄດ້ເປັນສັນຍະລັກວ່າ ກິ່ງແຂວງປົົກຄອງຕົນເອງເຜົ່າຈ້າງ ຕີຊີ້ງ (Diqing Tibetan Autonomous Prefecture) ໂດຍມີລະດັບຄວາມສູງສະເລ່ຍຈາກໜ້ານໍ້າທະເລ 3380 ແມັດ ແມ່ນໄດ້ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟໃນທົ່ວປະເທດຈີນ, ກິ່ງແຂວງຕີຊີ້ງ ກໍໄດ້ບອກລາຈາກປະຫວັດສາດທີ່ບໍ່ມີທາງລົດໄຟ ພ້ອມທັງກ້າວເຂົ້າສູ່ “ຍຸກທາງລົດໄຟຄວາມໄວສູງ”.

ທາງລົດໄຟຕ່ຽນຈ້າງ (ໝາຍເຫດ: ຕ່ຽນ ເປັນຊື່ຫຍໍ້ຂອງແຂວງຢູນນານ, ຈ້າງ ເປັນຊື່ຫຍໍ້ຂອງເຂດປົກຄອງຕົນເອງຊີຈ້າງ ) ຕອນລີ້ຊຽງ (Lixiang) ໄດ້ເຊື່ອມຕໍ່ ນະຄອນລີ້ຈ່ຽງ (Lijiang) ກັບ ກິ່ງແຂວງຕີຊີ້ງ (Diqing), ມີຄວາມຍາວທັງໝົດ 139,7 ກິໂລແມັດ. ເລີ່ມເປີດການກໍ່ສ້າງໂຄງການໃນປີ 2014, ໂດຍພາຍໃຕ້ຄວາມບາກບັ່ນພະຍາຍາມຢ່າງສຸດຂີດຂອງຜູ້ກໍ່ສ້າງ 20.000 ກວ່າທ່ານ ເປັນເວລາ 9 ປີ , ໃນທີ່ສຸດກໍໄດ້ ເປີດນໍາໃຊ້ຢ່າງເປັນທາງການ.

ແຫຼ່ງຂ່າວ: ໜັງສືພິມລາຍວັນປະຊາຊົນຈີນ ບັນນາທິການ: Yang Chunmei

ນະຄອນຊາງກຣີລາ ແຂວງຢູນນານ ເປີດບໍລິການນໍາໃຊ້ທາງລົດໄຟແລ້ວ