“ວິຖີຊີວິດ” ຕະຫຼາດກາງຄືນຊິງກວາງ ສ່ອງສະຫວ່າງ “ເສດຖະກິດກາງຄືນ”

2023-12-01 14:06:41
ມາຈາກ:

ເມື່ອອາທິດອັດສະດົງ ລາຕີການມາຢ້ຽມເຢືອນ, ແສງນິອອນກໍຮຸ່ງແຈ້ງຂຶ້ນ, ຫຼຽວເບິ່ງລົງມາຈາກ ພະທາດຄໍາ, ຕະຫຼາດກາງຄືນຊິງກວາງ(Xing guang) ສະຫວ່າງສະໄຫວໄປດ້ວຍແສງໄຟມາກມາຍຫຼາຍສີ, ຊ່າງເປັນພາບທີ່ມີສະເໜ່ໜ້າຫຼົງໄຫຼໄປພ້ອມກັບຄັນຮົ່ມເຈ້ຍສີສັນສະດຸດຕາ, ໂຄມໄຟຊົງໄທແກວ່ງໄກວໄປມາສ່ອງແສງໄຟສັ່ນກະພິບຍິບຍັບ, ສິນຄ້າລະລານຕາ, ອາຫານຊວນໃຫ້ນໍ້າລາຍໄຫຼ, ສຽງເພງຄຶກຄື້ນມ່ວນຫູ, ວິຖີແຫ່ງການດໍາລົງຊີວິດໄດ້ມາເຕົ້າໂຮມກັນຢູ່ນີ້ ແລະ “ວິຖີຊີວິດ” ອັນຟົດຟື້ນນີ້ໄດ້ກະຕຸກຊຸກຍູ້ “ເສດຖະກິດກາງຄືນ” ຂອງນະຄອນ, ມັນກາຍເປັນ “ແຮງຂັບເຄື່ອນໃໝ່” ທີ່ສົ່ງເສີມການບໍລິໂພກ.

ຕະຫຼາດກາງຄືນຊິງກວາງຕັ້ງຢູ່ເຂດທ່ອງທ່ຽວເກົ້າທາດສິບສອງບ້ານ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັນນາ,​ ມີເນື້ອທີ່ທັງໝົດ 530.000 ຕາແມັດ, ໃນນັ້ນສະຖານທີ່ທ່ຽວຫຼິ້ນມີ 90.000 ຕາແມັດ. ໃນຂອບເຂດຕະຫຼາດກາງຄືນ ໄດ້ຈັດຕັ້ງຮ້ານຄ້ານ້ອຍປະມານ 3000 ແຫ່ງ, ຮ້ານຄ້າຕາມຖະໜົນຍ່າງປະມານ 300 ແຫ່ງ, ໄດ້ສະໜອງວຽກເຮັດງານທໍາໃຫ້ປະຊາຊົນປະກອບອາຊີບຫຼາຍກວ່າ 6000 ຕໍາແໜ່ງ.

ແຫຼ່ງຂ່າວ: ເວັບໄຊຢູນນານ

 

“ວິຖີຊີວິດ” ຕະຫຼາດກາງຄືນຊິງກວາງ ສ່ອງສະຫວ່າງ “ເສດຖະກິດກາງຄືນ”