ພາບທິວທັດແສນສວຍງາມ “ສາຍຮຸ້ງຄູ່ເທິງຮ່ອມພູ” ແຫ່ງແມ່ນໍ້າຈິ່ນຊ່າ ທ່າມກາງໜ່ວຍພູສີເຫຼືອງທອງຍາມອາທິດອັດສະດົງ.

2023-12-20 18:45:45
ມາຈາກ:

ວັນທີ 10 ທັນວາ, ໃນຕອນຄ້າຍແລງທີ່ຕາເວັນກໍາລັງຈະຕົກດິນ, ໄດ້ປາກົດພາບທິວທັດທີ່ແສນສວຍງາມ “ສາຍຮຸ້ງຄູ່ເທິງຮ່ອມພູ” ທ່າມກາງໜ່ວຍພູທີ່ອາບດ້ວຍແສງສຸລີສີເຫຼືອງທອງ ແລະ ເມກເຝື້ອທີ່ລ່ອງລອຍ ນັ້ນແມ່ນຂົວຂ້າມແມ່ນໍ້າຈິ່ນຊ່າຂະໜາດໃຫຍ່ ກໍຄືຂົວທາງລົດໄຟລີ້ຈ່ຽງ-ຊາງກຣີລາ ຊາງກຣີລາ ແລະ ຂົວທາງດ່ວນລີ້ຈ່ຽງ-ຊາງກຣີລາ ທີ່ພາດຜ່ານຮ່ອມພູທີ່ຢູ່ລຸ່ມ ພູຫິມະຢູ້ລົງ (Yulong), ທີ່ຕັ້ງຢູ່ຕອນຕົ້ນຂອງຮ່ອມພູເສືອກະໂດດ ເທິງແມ່ນໍ້າຈິ່ນຊ່າ ໃນກິ່ງແຂວງປົກຄອງຕົນເອງເຜົ່າຈ້າງ ຕິຊິ້ງ (Diqing Tibetan Autonomous Prefecture).

ການເປີດນໍາໃຊ້ທາງລົດໄຟລີ້ຈ່ຽງ-ຊາງກຣີລາໄດ້ເຮັດໃຫ້ “ເສັ້ນທາງລອຍຟ້າທີ່ງາມທີ່ສຸດ” ທີ່ເຊື່ອມຈອດແຫຼ່ງທ່ອງທ່ຽວຊື່ດັງທີ່ຢູ່ລຽບຕາມເສັ້ນທາງແຕ່ລີ້ຈ່ຽງ ຫາ ຊາງກຣີລາກ້າວເຂົ້າສູ້ “ຍຸກສະໄໝແຫ່ງລົດໄຟຄວາມໄວສູງ”, ພ້ອມນັ້ນຍັງເປັນການສ້າງ “ທາງລົດໄຟຄວາມໄວສູງລອຍຟ້າ” ທີ່ມີທິວທັດສວຍງາມໃຫ້ແກ່ເຂດພູຢູນນານ. ໃນນັ້ນ, ຂົວທາງລົດໄຟລີ້ຈ່ຽງ-ຊາງກຣີລາ ແລະ ຂົວທາງດ່ວນລີ້ຈ່ຽງ-ຊາງກຣີລາທີ່ເປັນຂົວຂ້າມແມ່ນໍ້າຈິ່ນຊ່າຂະໜາດໃຫຍ່ ປຽບດັ່ງສາຍຮຸ້ງສອງສາຍທີ່ພາດຜ່ານຮ່ອມພູເທິງແມ່ນໍ້າຈິ່ນຊ່າ, ເຮັດໃຫ້ຈຸດຊົມວິວ“ສາຍຮຸ້ງຄູ່ເທິງຮ່ອມພູ” ແຫ່ງແມ່ນໍ້າຈິ່ນຊ່າທີ່ຢູ່ລຸ່ມ ພູຫິມະຢູ້ລົງ ແລະ ນອນຢູ່ໃນເສັ້ນທາງທ່ອງທ່ຽວຮ່ອມພູເສືອກະໂດດກາຍເປັນກະແສທີ່ກໍາລັງມາແຮງໃນໂລກອອນລາຍ.

ແຫຼ່ງຂ່າວ: ເວັບໄຊຢູນນານ

ພາບທິວທັດແສນສວຍງາມ “ສາຍຮຸ້ງຄູ່ເທິງຮ່ອມພູ” ແຫ່ງແມ່ນໍ້າຈິ່ນຊ່າ ທ່າມກາງໜ່ວຍພູສີເຫຼືອງທອງຍາມອາທິດອັດສະດົງ.