ມາທ່ຽວຢູນນານຍາມລະດູໜາວ

2023-12-22 19:20:45
ມາຈາກ:

ຍາມ​ຄ້ອຍ​ຄ່ຳ, ຕະຫຼາດ​ກາງ​ຄືນເຂດທ່ອງທ່ຽວເກົ້າທາດສິບສອງບ້ານ ທີ່ນະຄອນຊຽງຮຸ່ງກິ່ງແຂວງສິບສອງພັນນາມີນັກທ່ອງທ່ຽວສັນ​ຈອນ​ໄປ​ມາ​ຢ່າງ​ບໍ່​ຂາດ​ສາຍ. ລະດູໜາວປີນີ້, ມີນັກທ່ອງທ່ຽວຈຳນວນຫຼວງຫຼາຍໄດ້​ເດີນ​ທາງມາເຖິງກິ່ງແຂວງສິບສອງພັນນາ, ກິ່ງແຂວງເຕີຫົງ, ນະຄອນພູເອີ, ກິ່ງແຂວງເວີນຊານ ແລະ ນະຄອນອື່ນໆ ຂອງແຂວງຢູນນານ ເພື່ອສຳຜັດ​ກັບວິຖີຊີວິດຢູນນານຍາມ ລະດູໜາວທີ່ອົບອຸ່ນ, ຊຶ່ງໄດ້ຊຸກຍູ້​ການພັດທະນາເສດຖະກິດການ ທ່ອງທ່ຽວຍາມລະດູໜາວຂອງແຂວງຢູນນານ.

ຂ່່າວໂດຍ: ນາງ ຫູຢູຍາ ພາບໂດຍ: ໜັງສືພິມລາຍວັນຢູນນານ, ສູນສື່ມວນຊົນໃໝ່ເມືອງສຽວເຈຍ

 

ມາທ່ຽວຢູນນານຍາມລະດູໜາວ