ແຫຼ່ງທ່ອງທ່ຽວແຂວງຫູໜານ

2023-12-29 17:48:56
ມາຈາກ:

ຂະ​ແໜ​ງ​ການ​ທ່ອງ​ທ່ຽວ​ຈະ​ເລີນ, ທຸກ​ຂະ​ແໜງ​ການ​ກໍຈະ​ຈະ​ເລີມ​ໄປ​ພ້ອມໆ​ກັນ, ແຂວງ​ຫູ​ໜານ​ມີ​ແຫຼ່ງທ່ອງ​ທ່ຽວ​ທີ່​ອຸດົມ​ສົມ​ບູນ, ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ແລະ ມີ​ປະ​ຫວັດ​ສາດ ​ແລະ​ ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂຸ້ນ. ມີ​ແຫຼ່ງ​ທ່ອງ​ທ່ຽວ​ຈ່າງ​ເຈ່ຍ​ເຈ້ຍ ທີ່​ເປັນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ, ມີ​ພູຫຼຽງ​ຊານທີ່​ເປັນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ, ມີ​ພູ​ເຫິງ​ຊານ ທີ່​ເປັນ​ໜຶ່ງ​ໃນ 5 ພູ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ; ມີ​ແມ່​ນ້ຳຫຼາຍ​ສາຍ, ມີ​ໜອງ​ຕົ້ງ​ຖິງ​ ແລະ ໜອງ​ຕົ່ງ​ຈ່ຽງຫູ​ທີ່ກວ້າງ​ໃຫຍ່​ໄພ​ສານ; ມີ​ເມືອງ​ສາວ​ຊານ(Shaoshan) ທີ່​ເປັນ​ບ້ານ​ເກີດ​ຂອງ​​ປະ​ທານ​ເໝົາ (Mao Zedong), ມີໂຮງ​ຮຽນ​ຢົ້ວ​ລູ້ (Yuelu) ທີ່​ເປັນ​ໂຮງ​ຮຽນ​ແບບ​ບູຮານ​ຈີນ​ທີ່​ມີ​ປະ​ຫວັດ​ມາ​ເປັນ​ເວ​ລາ​ພັນ​ປີ, ມີ​ຕຶກ​ຢົ້ວ​ຢ໋າງ (Yueyang) ທີ່​ເປັນ​ໜຶ່ງ​ໃນ​ 3 ຕຶກ​ທີ່​ມີ​ຊື່​ສຽງ​ຢູ່​ພາກ​ໃຕ້​ຂອງ​ຈີນ ແລະ ເມືອງ​ເຟີ້ງ​ຮວງ ທີ່​ເປັນ​ເມືອງ​ນ້ອຍ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຈີນ.

ແຫຼ່ງທ່ອງທ່ຽວແຂວງຫູໜານ