ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນ ຈະຟື້ນຟູການຈັດງານວາງສະແດງແບບເຊິ່ງໜ້າຢ່າງຮອບດ້ານ

2023-02-02 09:55:54
ມາຈາກ:

ໃນວັນທີ 28 ມັງກອນ 2023 ນີ້, ຜູ້ຮັບຜິດຊອບວຽກງານຂອງສູນການຄ້າກັບຕ່າງປະເທດຈີນໄດ້ກ່າວວ່າ, ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຫຼືງານຕະຫຼາດນັດກວາງໂຈ່ວ(Guangzhou) ຄັ້ງທີ 133 ຈະໄຂຂຶ້ນໃນວັນທີ 15 ເມສາ 2023 ໂດຍຈະຟື້ນຟູການຈັດງານວາງສະແດງແບບເຊິ່ງໜ້າ ຫຼືອັອບລາຍຢ່າງຮອບດ້ານ.

ຕາມຂ່າວໃຫ້ຮູ້ວ່າ: ງານຕະຫຼາດນັດກວາງໂຈ່ວຄັ້ງທີ 133 ຈະຟື້ນຟູການ ຈັດງານວາງສະແດງແບບເຊິ່ງໜ້າຢ່າງຮອບດ້ານ ໂດຍຈະແບ່ງເປັນ 3 ໄລຍະ, ເນື້ອທີ່ການວາງສະແດງຈະເພີ່ມຈາກ 1,18 ລ້ານຕາແມັດ ໃນໄລຍະຜ່ານມາຂຶ້ນເປັນ 1,5 ລ້ານຕາແມັດ. ຮ້ານວາງສະແດງຈະເພີ່ມຈາກ 60000 ຮ້ານມາເປັນ 70000 ຮ້ານ, ປັດຈຸບັນນີ້ໄດ້ເຊື້ອເຊີນບໍລິສັດ ຜູ້ຈັດຊື້ທັງພາຍໃນແລະຕ່າງປະເທດ 95 ແຫ່ງ, ຄູ່ຮ່ວມມືໃນທົ່ວໂລກ 177 ແຫ່ງ, ແລະອົງການອື່ນໆມາເຂົ້າຮ່ວມງານ.

ແຫຼ່ງຂ່າວ: CHINA NEWS ບັນນາທິການ: ວິມົນ

ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນ ຈະຟື້ນຟູການຈັດງານວາງສະແດງແບບເຊິ່ງໜ້າຢ່າງຮອບດ້ານ