ບ້ານຕົວແບບ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ” ຂອງຈີນມີເຖິງ 4068 ບ້ານ

2023-02-02 10:03:12
ມາຈາກ:

ຕາມຂ່າວຂອງກະຊວງກະສິກຳ ແລະ ຊົນນະບົດຈີນ ໃຫ້ຮູ້ວ່າ, ປີ 2022 ທີ່ຜ່ານມາຂະແຫນງການໃນຊົນນະບົດຈີນປະກົດມີທ່າອ່ຽງການພັດທະນາທີ່ກ້າວໄປໃນທິດທາງທີ່ດີຢ່າງໝັ້ນທ່ຽງ, ຂະແໜງການທີ່ມີເອກະລັກພິເສດຂອງຊົນນະບົດໄດ້ພັດທະນາແບບລວມສູນຢ່າງວ່ອງໄວ.

ປີ 2022, ຈີນໄດ້ສະໜັບສະໜູນການສ້າງກຸ່ມຂະແໜງການໃໝ່ທີ່ມີເອກະລັກ ແລະ ທ່າແຮງ 40 ແຫ່ງ, ແລະ ສືບຕໍ່ສ້າງອີກ 100 ແຫ່ງໃນທ້ອງຖິ່ນຕ່າງໆ, ກຸ່ມຂະແໜງການທີ່ມີມູນຄ່າຫຼາຍກວ່າ 10 ຕື້ຢວນຈີນ (ປະມານ 1,39 ຕື້ໂດລາ) ທົ່ວຕ່ອງໂສ້ຂະແໜງການ ມີເຖິງ 118 ກຸ່ມ, ໄດ້ສ້າງຕາແສງເຂັ້ມແຂງດ້ານຂະແໜງການກະສິກຳໃໝ່ 200 ຕາແສງ, ລວມທັງໝົດ ໄດ້ສ້າງຕາແສງເຂັ້ມແຂງດ້ານຂະແໜງການກະສິກຳເຖິງ 1309 ຕາແສງ, ຊຶ່ງໄດ້ລະດົມທຶນຈາກງົບປະມານທ້ອງຖິ່ນ ແລະທຶນຈາກສັງຄົມໄດ້ຫຼາຍກວ່າ 100 ຕື້ຢວນ.

ປີ 2022 ຈີນໄດ້ຢັ້ງຢືນ ບ້ານຕົວແບບ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ” ລະດັບຊາດອີກ 395 ບ້ານ, ມາຮອດປັດຈຸບັນນີ້, ໃນທົ່ວປະເທດຈີນມີ ບ້ານຕົວແບບ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ”ເຖິງ 4.068 ບ້ານ, ໃນນັ້ນ, ຕາແສງທີ່ມີມູນຄ່າການຜະລິດຫຼາຍກວ່າ 1 ຕື້ຢວນມີ 199 ຕາແສງ, ບ້ານທີ່ມີມູນຄ່າການຜະລິດຫຼາຍກວ່າ 100 ລ້ານຢວນມີເຖິງ 306 ບ້ານ, ຊຶ່ງໄດ້ຊຸກຍູ້ການພັດທະນາ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ, ໜຶ່ງຕາແສງ ໜຶ່ງເອກະລັກ, ໜຶ່ງເມືອງ ໜຶ່ງອຸດສາຫະກຳ” ຢ່າງມີປະສິດທິຜົນ.

ແຫຼ່ງຂ່າວ: CCTV ບັນນາທິການ: ວິມົນ
 

ບ້ານຕົວແບບ “ໜຶ່ງບ້ານ ໜຶ່ງຜະລິດຕະພັນ” ຂອງຈີນມີເຖິງ 4068 ບ້ານ