ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນປີກາຍນີ້ໄດ້ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ປີ 2021

2023-02-03 10:37:49
ມາຈາກ:CRI

ຕົວເລກຂໍ້ມູນການຄ້າການບໍລິການທີ່ກະຊວງການຄ້າຈີນເປີດເຜີຍໃນວັນທີ 30 ມັງກອນນີ້ສະແດງໃຫ້ເຫັນວ່າ, ປີ 2022, ການຄ້າການບໍລິການຂອງຈີນໄດ້ຮັກສາການເຕີບໂຕອ່າວໄວ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໄດ້ບັນລຸເຖິງ 5980,19 ຕື້ຢວນ, ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ປີ 2021.

ຕົວເລກຂໍ້ມູນຍັງສະແດງໃຫ້ເຫັນວ່າ, ໃນປີ 2022, ຍອດມູນຄ່າສົ່ງອອກການບໍລິການຂອງຈີນໄດ້ບັນລຸເຖິງ 2852,24 ຕື້ຢວນ, ເພີ່ມຂຶ້ນ 12,1%, ຍອດມູນຄ່ານຳເຂົ້າໄດ້ບັນລຸເຖິງ 3127,95 ຕື້ຢວນ, ເພີ່ມຂຶ້ນ 13,5%. ການຄ້າຂາເຂົ້າ-ຂາອອກດ້ານການບໍລິການທີ່ເນັ້ນຄວາມຮູ້ໄດ້ບັນລຸເຖິງ 2506,85 ຕື້ຢວນ, ເພີ່ມຂຶ້ນ 7,8%. ການຄ້າຂາເຂົ້າ-ຂາອອກດ້ານການບໍລິການທ່ອງທ່ຽວໄດ້ຟື້ນຕົວຄືນຢ່າງຕໍ່ເນື່ອງ. ປີ 2022, ການຄ້າຂາເຂົ້າ-ຂາອອກດ້ານການບໍລິການທ່ອງທ່ຽວໄດ້ບັນລຸເຖິງ 855,98 ຕື້ຢວນ, ເພີ່ມຂຶ້ນ 8,4%.

ຈາກ:CRI ບັນນາທິການ: ວິມົນ

ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນປີກາຍນີ້ໄດ້ເພີ່ມຂຶ້ນ 12,9% ເມື່ອທຽບໃສ່ປີ 2021