IMF ປັບຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຈີນໃຫ້ສູງຂຶ້ນຢ່າງຫຼວງຫຼາຍເຖິງລະດັບ 5,2%

2023-02-03 10:49:44
ມາຈາກ:CRI

ວັນທີ 30 ມັງກອນຜ່ານມານີ້, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເຜີຍແຜ່ “ບົດລາຍງານແລມອງເສດຖະກິດໂລກ” ສະບັບປັບປຸງ ໂດຍໄດ້ປັບຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຈີນໃຫ້ສູງຂຶ້ນຢ່າງຫຼວງຫຼາຍເຖິງລະດັບ 5,2% ແລະ ເຫັນວ່າ, ຈີນໄດ້ປັບປຸງນະໂຍບາຍປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ແລະ ປັດໄຈອື່ນໆ ຈະປັບປຸງການເຕີບໂຕຂອງເສດຖະກິດຈີນ ກໍຄືເສດຖະກິດໂລກໃນອະນາຄົດ.

 

IMF ເຫັນວ່າ, ຄາດວ່າ, ເສດຖະກິດຈີນຈະເຕີບໂຕ 5,2% ໃນປີນີ້, ສູງກວ່າ 0,8% ເມື່ອທຽບໃສ່ຕົວເລກຄາດໝາຍໄວ້ກ່ອນໜ້ານີ້ ແລະ ປີໜ້າຈະສາມາດສືບຕໍ່ຮັກສາການເຕີບໂຕຢູ່ໃນລະດັບ 4,5%. ໃນກຸ່ມເສດຖະກິດຕົ້ນຕໍອື່ນໆ, ຈັງຫວະການເຕີບໂຕຂອງເສດຖະກິດອາເມຣິກາຕ່າງຈະເພີ່ມຂຶ້ນ 1,4% ແລະ 1% ໃນປີນີ້ ແລະ ປີໜ້າຕາມລຳດັບ; ເສດຖະກິດຂອງເຂດໃຊ້ເງິນເອີໂຣອາດຈະສາມາດເຕີບໂຕ 0,7% ແລະ 1,6% ໃນປີນີ້ ແລະ ປີໜ້າຕາມລຳດັບ.

 

IMF ຍັງເຫັນວ່າ, ການເຄື່ອນໄຫວດ້ານເສດຖະກິດໂລກຍັງປະເຊີນໜ້າກັບຄວາມກົດດັນຈາກທະນາຄານກາງຂອງກຸ່ມເສດຖະກິດຕ່າງໆປັບອັດຕາດອກເຍ້ຍໃຫ້ສູງຂຶ້ນ ແລະ ວິກິດການອູແກຣນ. ແຕ່ວ່າ, ຈີນໄດ້ປັບປ່ຽນນະໂຍບາຍປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ດີຂຶ້ນ ຈະເປີດທາງໃຫ້ແກ່ເສດຖະກິດເຕີບໂຕໄດ້ໄວກວ່າເກົ່າ ແລະ ສະພາບໄພເງິນເຟີ້ໃນທົ່ວໂລກກໍອາດຈະສາມາດຜ່ອນຄາຍລົງ.

ຈາກ:CRI ບັນນາທິການ: ວິມົນ

IMF ປັບຕົວເລກຄາດໝາຍການເຕີບໂຕດ້ານເສດຖະກິດຈີນໃຫ້ສູງຂຶ້ນຢ່າງຫຼວງຫຼາຍເຖິງລະດັບ 5,2%