ພະຍາດໂຄວິດ-19 ຍັງຄົງແມ່ນເຫດການສຸກເສີນດ້ານສາທາລະນະສຸກທີ່ໂລກສົນໃຈ

2023-02-03 10:53:15
ມາຈາກ:CRI

ອົງການອະນາໄມໂລກອອກຖະແຫຼງການໃນວັນທີ 30 ມັງກອນນີ້ວ່າ: ປັດຈຸບັນ, ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຍັງຄົງແມ່ນເຫດການສຸກເສີນດ້ານສາທາລະນະສຸກທີ່ໂລກໃຫ້ຄວາມສົນໃຈ.

ອົງການອະນາໄມໂລກໄດ້ລະບຸໃນຖະແຫຼງການວ່າ: ຄະນະກຳມະການມີຂໍ້ສະເໜີຕ່າງໆຕໍ່ຜູ້ອຳນວຍການໃຫຍ່ ກ່ຽວກັບສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ແລະ ການປ້ອງກັນ-ຄວບຄຸມໃນອະນາຄົດ, ຜູ້ອຳນວຍການໃຫຍ່ໄດ້ເຫັນດີຕໍ່ຂໍ້ສະເໜີ ແລະ ປະກາດໃນມື້ດຽວກັນວ່າ: ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຍັງຄົງແມ່ນເຫດການສຸກເສີນດ້ານສາທາລະນະສຸກທີ່ໂລກໃຫ້ຄວາມສົນໃຈ. ນີ້ແມ່ນອົງການອະນາໄມໂລກສາມາດອອກແຈ້ງການເຕືອນໄພໃນລະດັບສູງສຸດ ໂດຍອີງຕາມ “ກົດລະບຽບສາທາ ລະນະສຸກສາກົນ”.

ສະມາຊິກຄະນະກຳມະການສະແດງຄວາມເປັນຫ່ວງຕໍ່ຄວາມສ່ຽງທີ່ເກີດຈາກພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ເພາະວ່າເມື່ອປຽບທຽບກັບພະຍາດຕິດແປດທາງລະບົບຫາຍໃຈຊະນິດອື່ນໆແລ້ວ, ຈຳນວນຄົນເສຍຊີວິດຍ້ອນພະຍາດໂຄວິດ-19 ແມ່ນຢູ່ໃນລະດັບສູງ, ສຳລັບປະເທດທີ່ມີລາຍຮັບຕ່ຳແລະປານກາງ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງໃນທົ່ວໂລກ ຍັງຂາດວັກຊີນໃນລະດັບໃດໜຶ່ງ, ນອກນີ້ຍັງມີຄວາມບໍ່ແນ່ນອນທີ່ວ່າຍັງຈະມີເຊື້ອພະຍາດກາຍພັນຊະນິດໃໝ່ ຫຼືບໍ່.

ຈາກ:CRI ບັນນາທິການ: ວິມົນ

ພະຍາດໂຄວິດ-19 ຍັງຄົງແມ່ນເຫດການສຸກເສີນດ້ານສາທາລະນະສຸກທີ່ໂລກສົນໃຈ