ການຮ່ວມມືດ້ານການຄ້າແລະການລົງທຶນລະຫວ່າງຈີນກັບສະມາຊິກ RCEP ປະສົບຜົນສຳເລັດອັນຕັ້ງໜ້າ

2023-02-03 18:52:47
ມາຈາກ:CRI

ເຈົ້າໜ້າທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນກ່າວໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນວ່າ, ການປະຕິບັດ “ສັນຍາການພົວພັນຄູ່ຮ່ວມມືເສດຖະກິດແບບຮອບດ້ານໃນພາກພື້ນ” ຫຼື RCEP, ໄດ້ເປີດກວ້າງການຮ່ວມມືດ້ານການຄ້າແລະການລົງທຶນລະຫວ່າງຈີນກັບສະມາຊິກ RCEP ເຊິ່ງໄດ້ປະສົບຜົນສຳເລັດອັນຕັ້ງໜ້າ.

ເມື່ອສັງເກດຈາກດ້ານການຄ້າແລ້ວເຫັນວ່າ, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນກັບສະມາຊິກອື່ນໆຂອງ RCEP ໃນປີ 2022 ໄດ້ບັນລຸເຖິງ 12.950 ຕື້ຢວນ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2021, ກວມ 30,8% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ. ໃນນັ້ນ, ຈັງຫວະການເຕີບໂຕດ້ານການຄ້າຂາເຂົ້າ-ຂາອອກຕໍ່ 8 ສະມາຊິກ RCEP ຂອງຈີນມີຫຼາຍກວ່າ 10%.

ເມື່ອສັງເກດຈາກການລົງທຶນລະຫວ່າງສອງຝ່າຍແລ້ວເຫັນວ່າ, ປີ 2022, ການລົງທຶນໂດຍກົງປະເພດບໍ່ແມ່ນການທະນາຄານຂອງຈີນຕໍ່ສະມາຊິກອື່ນໆຂອງ RCEP ໄດ້ບັນລຸມູນຄ່າເຖິງ 17,96 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,9%, ຈີນໄດ້ດຶງດູດການລົງທຶນຈາກບັນດາສະມາຊິກ RCEP ມີມູນຄ່າເຖິງ 23,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 23,1%, ຈັງຫວະການເຕີບໂຕດ້ານການລົງທຶນລະຫວ່າງສອງຝ່າຍລ້ວນແຕ່ສູງກວ່າລະດັບທົ່ວໄປ.

ການຮ່ວມມືດ້ານການຄ້າແລະການລົງທຶນລະຫວ່າງຈີນກັບສະມາຊິກ RCEP ປະສົບຜົນສຳເລັດອັນຕັ້ງໜ້າ