ການຕ່າງປະເທດຂອງຈີນໃນຂະບວນການໃໝ່ແມ່ນຂະບວນການໄລຍະຍາວທີ່ເຕັມໄປດ້ວຍກຽດສະຫງ່າແລະຄວາມໃຝ່ຝັນ, ແມ່ນການເດີນທາງໄກທີ່ຈະຜ່ານຜ່າຟ້າຝົນລົມແດງ

2023-03-08 17:57:17
ມາຈາກ:CRI

ຕອນເຊົ້າວັນທີ 7 ມີນານີ້, ກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານສິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາ “ນະໂຍບາຍການຕ່າງປະເທດແລະການພົວພັນຕໍ່ຕ່າງປະເທດຂອງຈີນ”.

ທ່ານສິນກ່າງກ່າວວ່າ: ປັດຈຸບັນ, ການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດມີສະພາບດີຂຶ້ນ, ການໄປມາຫາສູ່ກັນລະຫວ່າງຈີນກັບຕ່າງປະເທດພວມຟື້ນຟູຄືນໃໝ່ຢ່າງເປັນລະບຽບ.

ພວກຂ້າພະເຈົ້າຈະຖືການຕ່າງປະເທດຂອງປະມຸກລັດເປັນການນຳພາ, ໂດຍສະເພາະຈະສຸມກຳລັງຈັດກອງປະຊຸມປະມຸກລັດ “ຈີນ+5 ປະເທດອາຊີກາງ” ຄັ້ງທຳອິດ ແລະກອງປະຊຸມເວທີເປິກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໃຫ້ດີ. ພວກຂ້າພະເຈົ້າຈະຖືການປົກປ້ອງຜົນປະໂຫຍດແກນກາງເປັນພາລະກຳ, ເດັດດ່ຽວຄັດຄ້ານລັດທິເຈົ້າອຳນາດແລະການເມືອງມະຫາອຳນາດທຸກຮູບແບບ, ເດັດດ່ຽວຄັດຄ້ານແນວຄິດສົງຄາມເຢັນ, ການເປັນປໍລະປັກກັນລະຫວ່າງຝ່າຍ, ການສະກັດກັ້ນແລະເພີ່ມແຮງກົດດັນ, ເດັດດ່ຽວປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດແຫ່ງການພັດທະນາຂອງປະເທດຊາດ. ພວກຂ້າພະເຈົ້າຈະຖືການພົວພັນຄູ່ຮ່ວມເປັນການອາໄສ, ຊຸກຍູ້ການປະສານງານແລະການໄປມາຫາສູ່ກັນທີ່ດີລະຫວ່າງປະເທດໃຫຍ່, ພັດທະນາການຮ່ວມມືມິດຕະພາບກັບປະເທດຕ່າງໆ, ຊຸກຍູ້ການສ້າງການພົວພັນສາກົນແບບໃໝ່. ພວກຂ້າພະເຈົ້າຈະຖືການເປີດປະຕູສູ່ພາຍນອກແລະການພັດທະນາເປັນເປົ້າໝາຍ, ໃຫ້ບໍລິການແກ່ການພັດທະນາດ້ວຍຄຸນນະພາບສູງຢູ່ພາຍໃນປະເທດແລະການເປີດປະຕູສູ່ພາຍນອກໃນລະດັບສູງ, ຄັດຄ້ານການຕັດສາຍພົວພັນກັນ, ຄັດຄ້ານການລົງໂທດແຕ່ຝ່າຍດຽວ, ປົກປັກຮັກສາເສດຖະກິດໂລກທີ່ເປີດກວ້າງແລະກວມລວມ, ໃຫ້ການພັດທະນາໃໝ່ຂອງຈີນສ້າງໂອກາດໃໝ່ໃຫ້ກັບໂລກ. ພວກຂ້າພະເຈົ້າຈະຖືລັດທິຫຼາຍຝ່າຍເປັນຊ່ອງທາງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຊຸກຍູ້ການຫັນການພົວພັນສາກົນເປັນແບບປະຊາທິປະໄຕ, ຊຸກຍູ້ການບໍລິຫານໂລກພັດທະນາໄປຕາມທິດທີ່ຍຸຕິທຳ ແລະສົມເຫດສົມຜົນກວ່າເກົ່າ ເພື່ອປະກອບສ່ວນສະຕິປັນຍາຂອງຈີນແລະແຜນການຂອງຈີນຫຼາຍກວ່າເກົ່າແລະດີກວ່າເກົ່າເຂົ້າໃນການແກ້ໄຂສິ່ງທ້າທາຍທີ່ມະນຸດພວມປະເຊີນຮ່ວມກັນ.

ການຕ່າງປະເທດຂອງຈີນໃນຂະບວນການໃໝ່ແມ່ນຂະບວນການໄລຍະຍາວທີ່ເຕັມໄປດ້ວຍກຽດສະຫງ່າແລະຄວາມໃຝ່ຝັນ, ແມ່ນການເດີນທາງໄກທີ່ຈະຜ່ານຜ່າຟ້າຝົນລົມແດງ