ອະທິບາຍກອງປະຊຸມສອງສະພາ ປີ 2023 ຂອງຈີນດ້ວຍຕົວເລກ

2023-03-09 11:11:53
ມາຈາກ:

 

ຕອນເຊົ້າວັນທີ 5 ເດືອນມີນາ, ກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ໄຂຂຶ້ນຢູ່ທີ່ຫໍປະຊຸມໃຫຍ່ປະຊາຊົນ. ທ່ານ ຫຼີເຄີ້ສຽງ(Li Keqiang) ນາຍົກລັດຖະມົນຕີ ໄດ້ຕາງໜ້າຄະນະລັດຖະບານດໍາເນີນການລາຍງານວຽກງານລັດຖະບານໃນກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 . ໃນທີ່ນີ້, ພວກເຮົາໄດ້ຄັດເລືອກເອົາຂໍ້ມູນສໍາຄັນ ແລະ ຄໍາສັບສໍາຄັນຈໍານວນໜຶ່ງໃນບົດລາຍງານວຽກງານລັດຖະບານ ເພື່ອດໍາເນີນການອະທິບາຍຂະຫຍາຍຄວາມ, ທໍາຄວາມເຂົ້າໃຈຕໍ່ການພັດທະນາຂອງປະເທດຈີນໃນອະນາຄົດ.

5%
ວັນທີ 5 ເດືອນມີນາ, ບົດລາຍງານວຽກງານລັດຖະບານທີ່ໄດ້ຍື່ນເຂົ້າພິຈາລະນາໃນກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ສະເໜີເປົ້າໝາຍຄາດຄະເນຕົ້ນຕໍໃນການພັດທະນາຂອງປີນີ້, ໃນນັ້ນ ຍອດຜະລິດຕະ
ພັນພາຍໃນປະເທດແມ່ນເພີ່ມຂຶ້ນປະມານ 5%.

ໃນບົດລາຍງານ ໄດ້ສະເໜີເປົ້າໝາຍ ແລະ ນະໂຍບາຍຮັກສາອັດຕາການເຕີບໂຕຫຼາຍຢ່າງ ເຊັ່ນ: ຕ້ອງຢຶດໝັ້ນຖືເອົາຄວາມໝັ້ນຄົງເປັນບູລິມະສິດ, ສະແຫວງຫາຄວາມກ້າວໜ້າພາຍໃຕ້ຄວາມໝັ້ນຄົງ, ຮັກສາຄວາມຕໍ່ເນື່ອງ ແລະ ຄວາມສະເພາະເຈາະຈົງຂອງນະໂຍບາຍ, ເພີ່ມທະວີການປະສານສົມທົບກັນຂອງນະໂຍບາຍແຕ່ລະປະເພດ, ສ້າງໃຫ້ເປັນກໍາລັງຮ່ວມໃນການຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງ. ນະໂຍບາຍດ້ານການເງິນທີ່ມີຄວາມຕັ້ງໜ້າ ແມ່ນຕ້ອງສຸມໃສ່ຍົກລະດັບປະສິດທິພາບ. ອັດຕາຂຸມການເງິນຄາດຄະເນໃນຢູ່ທີ່ 3%. ປັບປຸງນະໂຍບາຍພິເສດດ້ານອາກອນໃຫ້ສົມບູນ, ສໍາລັບມາດຕະການທີ່ປະຕິບັດໃນປັດຈຸບັນ ເຊັ່ນ: ການຫຼຸດຜ່ອນອາກອນຄ່າທໍານຽມ, ການຖອນພາສີອາກອນ ການຜ່ອນຜັນດ້ານອາກອນ ແລະອື່ນໆ ອັນໃດຄວນສືບຕໍ່ແມ່ນໃຫ້ສືບຕໍ່ ອັນໃດຄວນປັບປຸງແມ່ນໃຫ້ປັບປຸງ. ປະຕິບັດວຽກງານ “3 ຄໍ້າປະກັນ” ຂອງຮາກຖານໃຫ້ດີ. ນະໂຍບາຍສະກຸນເງິນທີ່ໝັ້ນຄົງຕ້ອງແມ່ນມີຄວາມແມ່ນຢໍາ ແລະ ແຂງແຮງ. ຮັບປະກັນປະລິມານການສະໜອງຂອງສະກຸນເງິນຕາມຄວາມໝາຍກວ້າງ ແລະ ຄວາມໄວການເຕີບໂຕຂອງຂະໜາດການລະດົມທຶນສັງຄົມ ແມ່ນສອດຄ່ອງກັບຄວາມໄວການເຕີບໂຕຂອງເສດຖະກິດນາມມະທໍາໂດຍພື້ນຖານ, ສະໜັບສະໜູນການພັດທະນາຂອງເສດຖະກິດຮູບປະທໍາ. ຮັກສາຄວາມໝັ້ນຄົງໂດຍພື້ນຖານຂອງອັດຕາແລກປ່ຽນເງິນຢວນໃຫ້ຢູ່ລະດັບທີ່ເໝາະສົມ ແລະ ສົມດຸນ. ນະໂຍບາຍດ້ານເຕັກໂນໂລຊີຕ້ອງສຸມໃສ່ການສ້າງຄວາມເປັນເອກະລາດ ແລະ ຄວາມເຂັ້ມແຂງດ້ວຍຕົນເອງ. ປັບປຸງລະບົບທົ່ວປະເທດແບບໃໝ່, ສະແດງບົດບາດຂອງລັດຖະບານໃຫ້ດີໃນການຈັດຕັ້ງນໍາພາບຸກທະລຸເຕັກນິກແກນກາງທີ່ສໍາຄັນ, ສ້າງຄວາມພົ້ນເດັ່ນໃຫ້ແກ່ວິສາຫະກິດໃນບົດບາດເປັນຕົວຫຼັກດ້ານນະວັດຕະກໍາເຕັກໂນໂລຊີ.

12 ລ້ານຄົນ
ຢູ່ໃນບົດລາຍງານວຽກງານລັດຖະບານໄດ້ສະເໜີເປົ້າໝາຍຄາດຄະເນຕົ້ນຕໍໃນການພັດທະນາຂອງປີນີ້, ໃນນັ້ນ: ຈໍານວນການປະກອບອາຊີບເພີ່ມໃໝ່ຂອງຕົວເມືອງປະມານ 12 ລ້ານຄົນ, ອັດຕາການວ່າງງານດ້ວຍການສໍາຫຼວດຂອງຕົວເມືອງປະມານ 5,5%.

ຊີວິດການເປັນຢູ່ຂອງປະຊາຊົນ” ແມ່ນຄໍາສັບສໍາຄັນອັນໜຶ່ງໃນບົດລາຍງານວຽກງານລັດຖະບານ. ໃນບົດລາຍງານຊີ້ອອກວ່າ, ນະໂຍບາຍຂອງສັງຄົມ ຕ້ອງຮອງຮັບຢ່າງໜັກແໜ້ນຕໍ່ຂີດຕໍ່າສຸດຂອງຊີວິດການເປັນຢູ່ປະຊາຊົນ. ຜັນຂະຫຍາຍຢ່າງລະອຽດຮອບຄອບກ່ຽວກັບນະໂຍບາຍບູລິມະສິດການປະກອບອາຊີບ, ຍົກສູງບົດບາດຂອງວຽກງານການປະກອບອາຊີບຂອງໄວໜຸ່ມ ໂດຍສະເພາະແມ່ນນັກສຶກສາມະຫາວິທະຍາໄລຈົບໃໝ່ໃຫ້ມີຄວາມພົ້ນເດັ່ນຂຶ້ນ, ຮັບປະກັນຊີວິດການເປັນຢູ່ຂັ້ນພື້ນຖານຂອງປະຊາຊົນໃຫ້ໄດ້ດີຢ່າງແທ້ຈິງ.

ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຂັ້ນພື້ນຖານ ແລະ ພັດທະນາກິດຈະການສັງຄົມ” ແມ່ນໜຶ່ງໃນຈຸດສໍາຄັນຂອງວຽກງານປີນີ້. ໃນບົດລາຍງານໄດ້ຊີ້ອອກວ່າ: ເພີ່ມທະວີການກໍ່ສ້າງລະບົບຮັບປະກັນບ່ອນພັກອາໄສ, ສະໜັບສະໜູນຄວາມຕ້ອງການດ້ານບ່ອນພັກອາໄສທີ່ມີລັກສະນະຈໍາເປັນ ແລະ ມີລັກສະນະປັບປຸງໃຫ້ດີຂຶ້ນ, ແກ້ໄຂບັນຫາບ່ອນພັກອາໄສຂອງຊາວເມືອງໃໝ່, ໄວໜຸ່ມ ແລະ ອື່ນໆໃຫ້ດີ. ຊຸກຍູ້ການພັດທະນາຢ່າງສົມດຸນມີຄຸນນະພາບສູງຂອງການສຶກສາພາກບັງຄັບ ແລະ ການລວມຕົວກັນຂອງຕົວເມືອງ-ຊົນນະບົດ, ສຸມໃສ່ການພັດທະນາການສຶກສາວິຊາຊີບ, ຊຸກຍູ້ການປະຕິສ້າງໃໝ່ດ້ານການສຶກສາຊັ້ນສູງ. ສົ່ງເສີມການຂະຫຍາຍ ແລະ ລົງເຖິງຮາກຖານຂອງຊັບພະຍາກອນການແພດທີ່ມີຄຸນນະພາບດີ ແລະ ການຈັດວາງຢ່າງສົມດຸນໃນພາກພື້ນ. ເພີ່ມທະວີການຮັບປະກັນດ້ານບໍລິການລ້ຽງດູຄົນແກ່, ປັບປຸງລະບົບນະໂຍບາຍສະໜັບສະໜູນການເກີດລູກ. ຮັບປະກັນສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ເດັກນ້ອຍ ຄົນແກ່ ຄົນພິການ. ປະຕິບັດວຽກງານການດູແລເບິ່ງແຍງທະຫານ ຄອບຄົວທະຫານ ທະຫານບໍານານ ແລະ ຜູ້ທີ່ຕ້ອງດູແລເບິ່ງແຍງອື່ນໆ. ພັດທະນາກິດຈະການ ແລະ ຂະແໜງການວັດທະນະທໍາຢ່າງຮຸ່ງເຮືອງ. ຍົກລະດັບປະສິດທິພາບຂອງການບໍລິຫານສັງຄົມ, ເພີ່ມທະວີການຄວບຄຸມຕິດຕາມການຜະລິດຢ່າງປອດໄພ ແລະ ການປ້ອງກັນໄພ ການຫຼຸດຜ່ອນໄພ ການກູ້ໄພ. ຈັດຕັ້ງຜັນຂະຫຍາຍທັດສະນະຄະຕິດ້ານຄວາມປອດໄພປະເທດຊາດໂດຍລວມຢ່າງຮອບດ້ານ, ກໍ່ສ້າງປະເທດຈີນທີ່ປອດໄພທີ່ມີລະດັບສູງກວ່າເກົ່າ.

650 ຕື້ກິໂລ
ປະລິມານການຜະລິດສະບຽງອາຫານຮັກສາຢູ່ໃນລະດັບ 650 ຕື້ກິໂລຂຶ້ນໄປ” ເປັນເປົ້າໝາຍຕົ້ນຕໍທີ່ຄາດໄວ້ໃນການພັດທະນາຂອງປີນີ້, “ຮັກສາຄວາມໝັ້ນຄົງຂອງການຜະລິດສະບຽງອາຫານ ແລະ ຊຸກຍູ້ການຟື້ນຟູຊົນນະບົດໃຫ້ຈະເລີນຮຸ່ງເຮືອງ”
ເປັນຈຸດສໍາຄັນຢ່າງໜຶ່ງຂອງວຽກງານ. ໃນບົດລາຍງານວຽກງານລັດຖະບານໄດ້ຊີ້ອອກວ່າ, ຮັກສາຄວາມໝັ້ນຄົງຂອງເນື້ອທີ່ການປູກຝັງສະບຽງອາຫານ, ກໍາແໜ້ນການຜະລິດວັດສະດຸນໍ້າມັນ, ປະຕິບັດການຍົກລະດັບກໍາລັງການຜະລິດສະບຽງອາຫານ 50 ຕື້ກິໂລຮອບໃໝ່. ປັບປຸງກົນໄກການຮັບມືກັບການຮັບປະກັນການສະໜອງວັດສະດຸກະສິກໍາ ແລະ ການຄວບຄຸມລາຄາສິນຄ້າໃຫ້ໝັ້ນຄົງ. ເພີ່ມທະວີການກໍ່ສາງພື້ນຖານໂຄງລ່າງດ້ານຊົນລະປະທານກະສິກໍາດິນນາ, ດິນນາມາດຕະຖານສູງ ແລະ ອື່ນໆ. ລົງເລິກປະຕິບັດການຟື້ນຟູຂະແໜງການປູກຝັງ. ເພີ່ມທະວີການຄໍ້າປະກັນດ້ານເຕັກໂນໂລຊີກະສິກໍາ ແລະ ເຄື່ອງອຸປະກອນ. ພັດທະນາຂະແໜງການທີ່ມີສີສັນພິເສດຂອງຊົນນະບົດ, ເສີມຂະຫຍາຍຊ່ອງທາງການເພີ່ມລາຍຮັບ ສ້າງຄວາມຮັ່ງມີແກ່ຊາວກະສິກອນ. ສ້າງຄວາມເຂັ້ມແຂງ ແລະ ຜັນຂະຫຍາຍຜົນງານຂອງການບຸກທະລຸຫຼຸດພົ້ນອອກຈາກຄວາມທຸກຍາກ, ໜັກແໜ້ນໃນການສະກັດກັ້ນການກັບຄືນສູ່ຄວາມທຸກຍາກເປັນຈໍານວນຫຼາຍ.

ອະທິບາຍກອງປະຊຸມສອງສະພາ ປີ 2023 ຂອງຈີນດ້ວຍຕົວເລກ