ລັດຖະມົນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີສື່ສານ ສປ ຈີນ: ປີ 2023 ສະຖານີ 5 ຈີ ຂອງຈີນຈະທະລຸ 2,9 ລ້ານແຫ່ງ
ມື້ມໍ່ໆມານີ້, “ຊ່ອງທາງລັດຖະມົນຕີ” ຂອງກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14 ໄດ້ເປີດການຖະແຫຼງຂ່າວ. ໃນເວລາໃຫ້ສໍາພາດ ທ່ານ ຈິນຈ້ວງຫລົງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີສື່ສານ ສປ ຈີນ ເປີດເຜີຍວ່າ, ຈີນໄດ້ສ້າງເຄືອຂ່າຍ 5 ຈີ ທີ່ມີຂະໜາດໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດ, ການພັດທະນາຂອງ 5 ຈີ ໄດ້ຢູ່ໃນອັນດັບນໍາໜ້າຂອງໂລກ.
ປັດຈຸບັນ, ຈີນມີສະຖານິ 5 ຈີ ຫຼາຍກວ່າ 2,34 ລ້ານແຫ່ງ, ປີນີ້ຈະວາງແຜນສ້າງສະຖານີ 5 ຈີ ເພີ່ມຂຶ້ນຕື່ມປະມານ 600.000 ແຫ່ງ, ເຮັດໃຫ້ສະຖານີ 5 ຈີ ຂອງຈີນຈະທະລຸ 2,9 ລ້ານແຫ່ງ. ພ້ອມດຽວກັນນັ້ນ, ຜູ້ໃຊ້ບໍລິການໂທລະສັບມືຖື ເຄືອຂ່າຍ 5 ຈີ ໄດ້ບັນລຸເຖິງ 575 ລ້ານຄົນ, ໃນນັ້ນໃນເສດຖະກິດພົນລະເມືອງ 97 ປະເພດຂອງຈີນນັ້ນ ມີຈໍານວນເຄິ່ງໜຶ່ງຂຶ້ນໄປໄດ້ນໍາໃຊ້ 5 ຈີ.
ທ່ານ ຈິນຈ້ວງຫລົງ ກ່າວວ່າ, ຈີນຈະຊຸກຍູ້ການປະຍຸກໃຊ້ເຕັກໂນໂລຊີ 5 ຈີ ໃນຂົງເຂດອຸດສາຫະກຳ ໂດຍສະເພາະຂະແໜງການຜະລິດ, ພ້ອມທັງການວາງແຜນສ້າງໂຮງງານເຕັກໂນໂລຊີ 5 ຈີ ຫຼາຍກວ່າ 10.000 ແຫ່ງໃນໄລຍະແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຈີນ ໄລຍະ 5 ປີ ສະບັບທີ 14 (2021 -2025). ໃນຂະນະດຽວກັນຈີນຈະເພີ່ມທະວີການຮ່ວມມືກັບສາກົນ, ເລັ່ງດຳເນີນງານວິໄຈ ແລະ ພັດທະນາເຕັກໂນໂລຊີ 6 ຈີ ໂດຍຜ່ານການໃຊ້ປະໂຫຍດຈາກຕະຫຼາດຂະໜາດໃຫຍ່ພິເສດ ແລະ ລະບົບອຸດສາຫະກຳຢ່າງເຕັມຮູບແບບ.
ຂ່າວ: ເວັບໄຊຂ່າວສານຂອງຈີນ ບັນນາທິການ: ວິມົນ