ແອອັດຫຼາຍ! ການສັນຈອນຂອງຜູ້ໂດຍສານດ່ານບໍ່ຫານກາຍ 5.000 ຄົນໃນມື້ດຽວ!
ເມື່ອບໍ່ດົນມານີ້, ຢູ່ດ່ານບໍ່ຫານຊາຍແດນຈີນ-ລາວ, ສິ່ງທີ່ຮູ້ສຶກຕົກກະລຶງທີ່ສຸດ ສໍາລັບການເຂົ້າ ແລະ ອອກເມືອງແມ່ນ "ແອອັດອີ່ຫຼີ!", ຕາມຂໍ້ມູນຂ່າວສານຈາກຈຸດກວດກາຄຸ້ມຄອງຄົນເຂົ້າອອກເມືອງຈີນ, ນັບແຕ່ວັນທີ 8 ມັງກອນມາຮອດວັນທີ 3 ມີນາ ດ່ານບໍ່ຫານຊາຍແດນຈີນ-ລາວ ໄດ້ຟື້ນຟູການຂົນສົ່ງຜູ້ໂດຍສານ, ຈຸດກວດກາຄຸ້ມຄອງຄົນເຂົ້າອອກເມືອງດັ່ງກ່າວ ໄດ້ກວດກາ ຜູ້ໂດຍສານເຂົ້າ-ອອກເມືອງ ທັງໝົດ 200.000 ເທື່ອຄົນ, ແລະ ຜູ້ໂດຍສານເຂົ້າ-ອອກເມືອງສູງສຸດໃນມື້ດຽວເກີນ 5.000 ເທື່ອຄົນ.
ຫວ່າງມໍ່ໆມານີ້, ດ່ານບໍ່ຫານໄດ້ກາຍເປັນ "ຈຸດເຊັກອິນ" ທີ່ຈໍາເປັນຕ້ອງຜ່ານສໍາລັບການເດີນທາງໄປທ່ຽວລາວໂດຍຜ່ານການຂັບລົດດ້ວຍຕົນເອງ, ແລະ ບັນດານັກທ່ອງທ່ຽວທີ່ເຂົ້າອອກເມືອງມີຄວາມກະຕືລືລົ້ນ ໃນການໄປຢ້ຽມຢາມຍາດພີ່ນ້ອງ ແລະ ໝູ່ເພື່ອນ, ໄປທ່ອງທ່ຽວ ແລະ ຊື້ເຄື່ອງ, ແລກປ່ຽນດ້ານທຸລະກິດ, ຄາດຄະເນວ່າການໄຫຼວຽນຂອງຜູ້ໂດຍສານເຂົ້າ-ອອກດ່ານບໍ່ຫານຈະສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເພື່ອຮັບມືກັບສະພາບການດັ່ງກ່າວ, ຈຸດກວດກາຄຸ້ມຄອງຄົນເຂົ້າອອກເມືອງ ໄດ້ເປັນເຈົ້າການປະສານງານກັບດ່ານພາສີ, ພະແນກການບໍລິຫານການຂົນສົ່ງ ແລະ ພາກສ່ວນອື່ນໆ, ເພື່ອຄາດຄະເນຈໍານວນຜູ້ໂດຍສານລ່ວງຫນ້າ, ກຽມພ້ອມຕໍາຫຼວດໃນການປະຕິບັດຫນ້າທີ່ໃຫ້ພຽງພໍ, ນໍາໃຊ້ມາດຕະການຕ່າງໆ ເຊັ່ນ: ການເປີດຊ່ອງທາງກວດກາດ້ວຍແຮງງານຄົນ, ໃຫ້ການແນະນໍາຢ່າງທັນທີ, ຮັກສາຄວາມລະບຽບລຽບລ້ອຍ ເປັນຕົ້ນ, ເຮັດໃຫ້ຜູ້ໂດຍສານໄດ້ສັນຈອນຢ່າງມີປະສິດທິພາບ.
ຂ່າວ: ຈາງຈົງລາວ ບັນນາທິການ: ວິມົນ