ດ່ານບໍ່ຫານກໍາລັງສ້າງ ດ່ານອັດສະລິຍະໃນ 4 ດ້ານ

2023-03-15 18:54:01
ມາຈາກ:

ເມື່ອບໍ່ດົນມານີ້, ຕາມຂ່າວຈາກຄະນະກໍາມະການການພັດທະນາ ແລະ ປະຕິຮູບແຂວງຢຸນນານ, ປັດຈຸບັນນີ້, ດ່ານບໍ່ຫານກໍາລັງສ້າງດ່ານອັດສະລິຍະໃນ 4 ດ້ານ ຄື: ການຄຸ້ມຄອງດໍາເນີນງານດ້ວຍຮູບພາບແຜ່ນໜຶ່ງ, ການກວກກາຜ່ານດ່ານປະຕູດຽວແບບອັດສະລິຍະ, ການປ້ອງກັນ ແລະ ຄວບຄຸມພະຍາດລະບາດດ້ວຍຕ່ອງໂສ້ດຽວ, ການຕິດຕາມຄວບຄຸມໂດຍຜ່ານທາງໄກ, ເພື່ອຊ່ວຍການສັນຈອນຂອງດ່ານບົກ, ແລະ ໃຫ້ການສະຫນັບສະຫນູນໃຫມ່ແກ່ ການພັດທະນາເສດຖະກິດໃນດ່ານ.

ສໍາລັບບັນຫາອ່ອນແອດ້ານການຜ່ານດ່ານ, ແຂວງຢຸນນານໄດ້ຍົກລະດັບເສັ້ນທາງຂົນສົ່ງສິນຄ້າໃຫ້ຫັນເປັນແບບອັດສະລິຍະ. ໂດຍຜ່ານການໃຊ້ກ້ອງ AI, ຫຸ່ນຍົນກວດກາຊ່ວງຫຼັງລົດໂດຍສະເພາະ, ລະບົບການແຈ້ງພາສີປະຕູດຽວ ແລະ ອຸປະກອນກວດກາແບບອັດສະລິຍະ, ເພື່ອເຮັດໃຫ້ຜູ້ຂັບລົດບໍ່ຕ້ອງລົງລົດ, ການວັດແທກອຸນຫະພູມອັດຕະໂນມັດ, ການກວດຫາເຊື້ອພະຍາດຢ່າງມີປະສິດທິພາບ,  ສາມາດສະແກນປ້າຍລົດຂອງລາວຈີນແບບອັດຕະໂນມັດ, ຈຸດຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ດ່ານພາສີນຳໃຊ້ຊ່ອງທາງດຽວກັນຮ່ວມກັນດໍາເນີນງານ, ເຮັດໃຫ້ຜູ້ຂັບລົດຢຸດລົດພຽງແຕ່ຄັ້ງດຽວ. ໃນເວລາດຽວກັນ, ອົງການພາສີຄຸນໝິງຍັງໄດ້ຕັ້ງໜ້າດໍາເນີນການປະຕິຮູບ, ເຮັດໃຫ້ຍານພາຫະນະທີ່ບໍ່ຕ້ອງເຂົ້າສູ່ລານກວດກາກໍສາມາດຖືກປ່ອຍອອກມາໂດຍກົງ, ຊຶ່ງໄດ້ປັບປຸງປະສິດທິພາບດ້ານການແຈ້ງພາສີຢ່າງຫຼວງຫຼາຍ.

ຂ່າວ: ຈາງຈົງລາວ   ບັນນາທິການ: ວິມົນ

ດ່ານບໍ່ຫານກໍາລັງສ້າງ ດ່ານອັດສະລິຍະໃນ 4 ດ້ານ