ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ: "ການຫັນເປັນຄວາມທັນສະໄຫມຂອງຈີນ ແມ່ນມີຄວາມໝາຍສໍາຄັນຕໍ່ກັບໂລກ"

2023-03-15 18:55:49
ມາຈາກ:

"ທ່ານ ສີຈິ້ນຜິງ ເປັນຜູ້ນໍາທີ່ຖືປະຊາຊົນເປັນໃຈກາງທ່ານໜຶ່ງ. ທ່ານບໍ່ເຄີຍລືມອຸດົມຄະຕິຫົວທີ, ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ, ແລະ ຄິດເຖິງຄວາມຜາສຸກ, ຄວາມປອດໄພ ແລະ ຊີວິດອັນດີງາມຂອງປະຊາຊົນຢ່າງສະເໝີຕົ້ນສະ ເໝີປາຍ”. ຫວ່າງບໍ່ດົນມານີ້, ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ກ່າວເຊັ່ນນີ້ໃນລະຫວ່າງການຮັບການສໍາພາດຈາກນັກຂ່າວ.

ຈາກການຢ້ຽມຢາມຈີນເປັນຄັ້ງທໍາອິດໃນປີ 2004 ຈົນເຖິງໃນຖານະການເປັນເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ໃນເດືອນກັນຍາ ປີ 2019, ໃນວັນເວລາການທູດຂອງທ່ານ, ຈີນຕົກຢູ່ໃນພາກສ່ວນທີ່ສໍາຄັນທີ່ສຸດ. ທ່ານນາງ ຄໍາເພົາ ເອີນທະວັນ ກ່າວວ່າ: ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວຈີນເປັນຕົ້ນມາ, ພາຍໃຕ້ການຊີ້ນໍານໍາພາຮ່ວມກັນຂອງຜູ້ນໍາຮຸ່ນຕໍ່ຮຸ່ນ, ສອງປະເທດໄດ້ເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ແລະ ຍິ່ງແມ່ນຄູ່ຮ່ວມຊາຕາກໍາ. ສອງຝ່າຍໄດ້ລົງເລິກການຮ່ວມມືທີ່ເປັນມິດຢ່າງຕໍ່ເນື່ອງ ແລະ ໄດ້ຮັບຄວາມກ້າວຫນ້າໃຫມ່ໃນດ້ານການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ:ດ້ານການເມືອງ, ເສດຖະກິດ ແລະ ການຄ້າ, ຄວາມໝັ້ນຄົງ, ດ້ານວັດທະນະທໍາ ເປັນຕົ້ນ.

"ໃນວັນທີ 3 ທັນວາ 2021 ທາງລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້ເປັນທາງການ, ເປັນຂີດຫມາຍໃຫ້ເຫັນວ່າການເຊື່ອມໂຍງເຊື່ອມຈອດລະຫວ່າງ ລາວຈີນ ໄດ້ບັນລຸການກ້າວກະໂດດໃຫມ່ ແລະ ກ້າວເຂົ້າສູ່ລະດັບໃໝ່. ພວກເຮົາ ໄດ້ບັນລຸຄວາມໃຝ່ຝັນທີ່ມີທາງລົດໄຟທີ່ທັນສະໄໝ." ທ່ານນາງ ຄໍາເພົາ ເອີນທະວັນ ກ່າວວ່າ ທາງລົດໄຟສາຍນີ້ ເປັນ ໂຄງການການຮ່ວມມືສໍາຄັນທີ່ໄດ້ຮັບຜົນປະໂຫຍດຮ່ວມກັນລະຫວ່າງສອງຊາດ, ຊຶ່ງໄດ້ເປີດສັງກາດໃໝ່ໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມຂອງລາວ.

ທາງລົດໄຟລາວ-ຈີນ ໄດ້ເຮັດໃຫ້ຄວາມໃຝ່ຝັນແຫ່ງຄວາມຜາສຸກຂອງປະຊາຊົນຕາມເສັ້ນທາງບັນລຸຜົນເປັນຈິງ. ທ່ານນາງ ຄໍາເພົາ ເອີນທະວັນ ກ່າວວ່າ, ການຮ່ວມກັນກໍ່ສ້າງຂໍ້ລິ່ເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ໄດ້ເຮັດໃຫ້ປະເທດລາວ ຈາກ "ປະເທດທີ່ບໍ່ມີທາງຕິດກັບທະເລ" ກາຍມາເປັນ "ປະເທດທີ່ເຊື່ອມໂຍງເຊື່ອມຈອດກັບພາກພື້ນ", ພ້ອມດຽວກັນນັ້ນຍັງໄດ້ບັນລຸການເຊື່ອມໂຍງເຊື່ອມຈອດພາຍໃນປະເທດ, ໄດ້ຮັບຜົນປະໂຫຍດ ແລະ ໄຊຊະນະຮ່ວມກັນ . ການເປີດນໍາໃຊ້ທາງລົດໄຟໄດ້ອໍານວຍຄວາມສະດວກສະບາຍ ແລະ ຄວາມປອດໄພແກ່ການເດີນທາງຂອງຊາວ ລາວ, ແລະ ໄດ້ຮັບການຍ້ອງຍໍສັນລະເສີນຢ່າງສູງຈາກປະຊາຊົນລາວ, "ປະເທດລາວໄດ້ລາຈາກຍຸກສະໄຫມທີ່ບໍ່ມີລົດໄຟ, ພວກເຮົາຕ້ອງນໍາໃຊ້ທາງລົດໄຟຢ່າງດີ ແລະ ສົ່ງເສີມການຮ່ວມມືລະຫວ່າງແຕ່ລະພາກສ່ວນຂອງລາວ-ຈີນ."

ປີນີ້ເປັນປີຄົບຮອບ 10 ປີຂອງຂໍ້ລິ່ເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ຖືກສະເໜີອອກມາ, ປະເທດລາວຈະຕັ້ງໜ້າສະຫນັບສະຫນູນ ແລະ ຮ່ວມກັນກໍ່ສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ດັ່ງທີ່ຜ່ານມາ, ແລະ ຫວັງວ່າຈະມີການແລກປ່ຽນ ແລະ ການຮ່ວມມືກັບຈີນໃນດ້ານກະສິກໍາ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຫຼາຍຂຶ້ນ.

"ໃນຂະບວນການສັງເກດເບິ່ງກອງປະຊຸມສອງສະພາຂອງຈີນ, ບົດລາຍງານວຽກງານຂອງລັດຖະບານຈີນ ແລະ ເນື້ອໃນດ້ານການຕ່າງປະເທດທີ່ມີສີສັນພິເສດຂອງຈີນ, ລ້ວນແຕ່ເປັນສິ່ງທີ່ຂ້າພະເຈົ້າສົນໃຈທີ່ສຸດ." ທ່ານນາງ ຄໍາເພົາ ເອີນທະວັນ ກ່າວວ່າ, ນີ້ແມ່ນກອງປະຊຸມສອງສະພາຄັ້ງທໍາອິດທີ່ຈັດຂຶ້ນຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ 20 ຂອງ ພັກກອມມູນິດຈີນ, ພ້ອມທັງເປັນກອງປະຊຸມສອງສະພາຄັ້ງທໍາອິດຫຼັງຈາກຈີນໄດ້ຮັບໄຊຊະນະແບບລັກສະນະຕັດສິນຊີ້ຂາດໃນດ້ານການປ້ອງກັນ ແລະ ຄວບຄຸມ ການລະບາດຂອງພະຍາດໂຄວິດ-19, ຊຶ່ງບໍ່ພຽງແຕ່ໄດ້ຮັບຄວາມສົນໃຈຈາກປະຊາຊົນພາຍໃນເທົ່ານັ້ນ, ຍັງໄດ້ດຶງດູດຄວາມສົນໃຈໃນ ທົ່ວ ໂລກອີກດ້ວຍ.

ທ່ານນາງ ຄໍາເພົາ ເອີນທະວັນ ກ່າວວ່າ, "ຂ້າພະເຈົ້າມີຄວາມຊົມເຊີຍຢ່າງຍິ່ງຕໍ່ຜົນສໍາເລັດອັນສະຫງ່າລາສີທີ່ຈີນຍາດໄດ້ໃນຕະຫຼອດ 10 ປີຜ່ານມາ. ການຫັນເປັນຄວາມທັນສະໄຫມແບບຈີນມີຄວາມໝາຍສໍາຄັນຕໍ່ກັບໂລກ, ຊຶ່ງໄດ້ສ້າງແຮງບັນດານໃຈໃຫ້ແກ່ປະເທດທີ່ກໍາລັງພັດທະນາທີ່ສະແຫວງຫາການພັດທະນາ ໄປຄົ້ນຄວ້າທິດທາງການພັດທະນາຂອງຕົນເອງໂດຍຜ່ານການບັນລຸຄວາມສີວິໄລຮຸ່ງເຮື່ອງຮ່ວມກັນ ບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະ ກັນ, ຮັບຜົນປະໂຫຍດ ແລະ ໄຊຊະນະຮ່ວມກັນ, ແລະ ບໍ່ໃຫ້ປະເທດໃດຕົກແຖວ. "ພວກເຮົາຈະຕັ້ງໃຈສຶກສາຄົ້ນຄວ້າ, ເພື່ອນໍາໃຊ້ປະສົບການທີ່ເຮັດໃຫ້ປະຊາຊົນບັນລຸຄວາມຝັນແຫ່ງຄວາມຜາສຸກຂອງຈີນອັນລໍ້າຄ່າເຂົ້າໃນການພັດທະນາຂອງລາວ."
 
ຂ່າວ: ໜັງສືພິມລາຍວັນປະຊາຊົນ ບັນນາທິການ: ວິມົນ

ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ: "ການຫັນເປັນຄວາມທັນສະໄຫມຂອງຈີນ ແມ່ນມີຄວາມໝາຍສໍາຄັນຕໍ່ກັບໂລກ"