ຈາກທາງລົດໄຟ ໄປສູ່ ທາງລົດໄຟຄວາມໄວສູງເບິ່ງຄວາມສຳຄັນການພັດທະນາຄົມມະນາຄົມຂອງຈີນທີ່ມີຕໍ່ໂລກ

2023-03-15 19:17:14
ມາຈາກ:

ຂ້ອຍຊື່ ເຢຟູເກີນີ ເຊໄມ້ກິນ, ຂ້ອຍເປັນຄົນລັດເຊຍ, ແລະຂ້ອຍອາໄສຢູ່ໃນປະເທດຈີນຫຼາຍກວ່າ 20 ປີ, ຂ້ອຍໄດ້ຂີ່ພາຫະນະທຸກສິ່ງທຸກຢ່າງໃນປະເທດຈີນ.ການປ່ຽນແປງຂອງຮູບແບບການເດີນທາງເປັນການສະແດງໃຫ້ເຫັນເຖິງການພັດທະນາຂອງຈີນແລະ ຄວາມໝາຍທີ່ມີຕໍ່ໂລກ.

ໃນປີ 1996, ຂ້າພະເຈົ້າໄດ້ມາປະເທດຈີນເປັນຄັ້ງທໍາອິດ. ໃນເວລານັ້ນ, ເພື່ອເປັນອາຈານສິດສອນຂ້ອຍຕ້ອງໄປມະຫາວິທະຍາໄລສ້າງຄູຫົວຈົງໃນເມືອງອູຮ້ານທີ່ຫ່າງຈາກປັກກິ່ງ 1.000 ກວ່າກິໂລແມັດ,ແລະຂ້ອຍຕ້ອງຜ່ານຄວາມຫຍຸ້ງຍາກຫຼາຍເທື່ອເພື່ອຊື້ປີ້ລົດໄຟທີ່ນັ່ງຍາກ. ໃນເວລານັ້ນທີ່ ຂ້າພະເຈົ້າຂີ່ລົດໄຟໄດ້ໃຊ້ເວລາເດີນທາງ 25 ຊົ່ວໂມງ. ໝີ່ເຄິ່ງສຳເຮັດຮູບເປັນອາຫານທີ່ຕ້ອງມີຂອງຄົນຈີນທີ່ຂີ່ລົດໄຟໃນຍຸກນັ້ນ, ແຕ່ການຍ່າງຜ່ານຊ່ອງທາງລົດໄຟທີ່ເຕັມໄປດ້ວຍຜູ້ໂດຍສານເພື່ອເອົານ້ຳຮ້ອນໃສ່ຈອກແມ່ນຍາກຫຼາຍ.

ປັດຈຸບັນ,ເມື່ອທ່ານຂີ່ລົດໄຟຄວາມໄວສູງ ໃນການເດີນທາງດຽວກັນກໍສຳເລັດໃຊ້ເວລາພຽງແຕ່ 4 ຊົ່ວໂມງ! ໃນການເດີນທາງ, ຜູ້ໂດຍສານສາມາດເຂົ້າອິນເຕີເນັດ, ສາກໄຟໃຫ້ໂທລະສັບມືຖື, ແລະຈົນສາມາດນໍາໃຊ້ໂທລະສັບມືຖືຂອງເຂົາເຈົ້າເພື່ອສັ່ງອາຫານ. ລົດໄຟຄວາມໄວສູງເລກ "ຟູຊິງ" ສາມາດແລ່ນດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ, ແລະໄດ້ກາຍເປັນ "ນາມບັດແຫ່ງຊາດ" ຂອງຈີນ.

ບົດລາຍງານວຽກງານຂອງລັດຖະບານຈີນຂອງປີນີ້ກ່າວວ່າ, ໃນ 5 ປີທີ່ຜ່ານມາ, ໄລຍະການເດີນທາງຂອງລົດໄຟຄວາມໄວສູງຂອງຈີນໄດ້ເພີ່ມຂຶ້ນຈາກ 25.000 ກິໂລແມັດເປັນ 42.000 ກິໂລແມັດ, ໄລຍະທາງຂອງເສັ້ນທາງດ່ວນໄດ້ເພີ່ມຂຶ້ນຈາກ 136.000 ກິໂລແມັດເປັນ 177.000 ກິໂລແມັດ, ແລະບໍລິມາດບັນຈຸຂອງສະໜາມບິນເພີ່ມຂຶ້ນໃໝ່ຮອດ 400 ລ້ານເທື່ອຄົນ.

ພື້ນຖານໂຄງລ່າງຄົມມະນາຄົມທີ່ເຂັ້ມແຂງແລະຄົບຖ້ວນຂອງຈີນໄດ້ຮັບປະກັນການເດີນທາງຂອງປະຊາຊົນຢ່າງສະດວກສະບາຍແລະການໄຫຼວຽນຂອງສິນຄ້າຢ່າງມີປະສິດທິຜົນ. ການຈະລາຈອນທີ່ພັດທະນາດີຂອງຈີນໄດ້ສະແດງໃຫ້ເຫັນການພັດທະນາອັນມີຊີວິດຊີວາຢ່າງແຂງແຮງ, ແລະຍັງໄດ້ເອົາພະລັງງານໃໝ່ເຂົ້າໃນເສດຖະກິດໂລກຢ່າງບໍ່ຢຸດຢັ້ງ.

ພາຍໃຕ້ການຊີ້ນຳຂອງຂໍ້ລິເລີ່ມ"ໜຶ່ງແລວ ໜຶ່ງເສັ້ນທາງ", ຜະລິດຕະພັນນັບມື້ນັບອຸດົມສົມບູນ ນັບຕັ້ງແຕ່ອາຫານ,ເຄື່ອງນຸ່ງຫົ່ມເຖິງເຄື່ອງໃຊ້ໃນເຮືອນແລະລົດຍົນໄດ້ຖືກຂົນສົ່ງຢ່າງຕໍ່ເນື່ອງໄປຍັງຈຸດໝາຍປາຍທາງຫຼາຍພັນກິໂລແມັດໂດຍຜ່ານທາງລົດໄຟຈີນ-ເອີລົບ. ທາງລົດໄຟລາວ-ຈີນໄດ້ຫັນປະເທດລາວກາຍເປັນ"ປະເທດເຊື່ອມຕໍ່ທາງບົກ", ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງອິນໂດເນເຊຍ ທີ່ປະເທດຈີນເຂົ້າຮ່ວມການກໍ່ສ້າງຈະກາຍເປັນທາງລົດໄຟຄວາມໄວສູງແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້...

ປີນີ້ເປັນປີຄົບຮອບ 10 ປີຂອງການສະເໜີການຮ່ວມມືກໍ່ສ້າງຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ". ໃນ 10 ປີຜ່ານມາ, ເສັ້ນທາງລົດໄຟຈີນ-ເອີຣົບໄດ້ເຊື່ອມຕໍ່ 108 ເມືອງພາຍໃນຈີນ ແລະ 208 ເມືອງຂອງ 25 ປະເທດໃນເອີລົບ, ໃນນັ້ນເສັ້ນທາງລົດໄຟຈີນ-ເອີຣົບໄດ້ເປີດທາງລົດໄຟ 65.000 ຂະບວນ ແລະ ສຳເລັດການສົ່ງອອກ TEU 6.04 ລ້ານຕູ້.ນອກຈາກນັ້ນ,ຈີນຍັງໄດ້ເປີດເສັ້ນທາງຂົນສົ່ງຜູ້ໂດຍສານແລະສິນຄ້າສາກົນ 300 ກວ່າສາຍ, ແລະບໍລິການຂົນສົ່ງທາງທະເລກວມເອົາທຸກປະເທດແຄມທະເລລຽບຕາມ "ໜຶ່ງແລວ ໜຶ່ງເສັ້ນທາງ". ສາຍການບິນສາກົນສາຍປົກກະຕິ ທີ່ບໍລິສັດການບິນຈີນດຳເນີນການໄດ້ເຊື່ອມຕໍ່ກັບ 153 ຕົວເມືອງໃນ 62 ປະເທດ. ໄປສະນີດ່ວນໄປຮອດຫຼາຍກວ່າ 220 ປະເທດ ແລະ ເຂດແຄວ້ນຂອງທົ່ວໂລກ.

"ທຸກປະເທດພັດທະນາຮ່ວມກັນແມ່ນການພັດທະນາທີ່ແທ້ຈິງ,ທຸກຄົນຮຸ່ງເຮືອງຮ່ວມກັນແມ່ນຄວາມຈະເລີນຮຸ່ງເຮືອງທີ່ແທ້ຈິງ." ຄໍາເວົ້າຜູ້ນຳຂອງຈີນເຮັດໃຫ້ຄົນເຊື່ອຖື. ປະເທດຈີນສຸມກຳລັງວັງຊາໃສ່ໃຫ້ໂລກເຊື່ອມຕໍ່ກັນແລະກັນ,ມອບ ກາລະໂອກາດໃຫ້ແກ່ການພັດທະນາໂລກຫຼາຍຂຶ້ນ.

ຂ່າວ:ສຳນັກຂ່າວຊີນຮວາ

ຈາກທາງລົດໄຟ ໄປສູ່ ທາງລົດໄຟຄວາມໄວສູງເບິ່ງຄວາມສຳຄັນການພັດທະນາຄົມມະນາຄົມຂອງຈີນທີ່ມີຕໍ່ໂລກ