ທາງລົດໄຟລາວ-ຈີນ ພາກສ່ວນໃນຕອນປະເທດລາວໄດ້ສຳເລັດການບຳລຸງຮັກສາສ້ອມແປງແລະດຳເນີນການກໍ່ສ້າງແບບເຕົ້າໂຮມເປັນຄັ້ງທຳອິດ
ວັນທີ 14 ມີນາ, ທາງລົດໄຟລາວ-ຈີນ ພາກສ່ວນໃນຕອນປະເທດລາວໄດ້ສຳເລັດການບຳລຸງຮັກສາສ້ອມແປງແລະດຳເນີນການກໍ່ສ້າງແບບເຕົ້າໂຮມເປັນຄັ້ງທຳອິດ, ເຊິ່ງສະໜອງການຮັບປະກັນໃຫ້ທາງລົດໄຟລາວ-ຈີນທີ່ມີການເພີ່ມຂຶ້ນຂອງຜູ້ໂດຍສານແລະສິນຄ້າ ໃຫ້ນຳໃຊ້ຢ່າງມີຄວາມປອດໄພ ແລະ ບໍ່ມີອຸປະສັກກີດຂວາງ.
ໃນການບຳລຸງຮັກສາສ້ອມແປງແລະດຳເນີນການກໍ່ສ້າງແບບເຕົ້າໂຮມຄັ້ງທຳອິດຂອງເສັ້ນທາງລົດໄຟລາວ-ຈີນ ພາກສ່ວນໃນຕອນປະເທດລາວ, ນັບແຕ່ເດືອນພະຈິກປີ 2022, ກຸ່ມບໍລິສັດລົດໄຟຈີນກົມຄຸນໝິງຈຳກັດໄດ້ລົງທຶນກໍ່ສ້າງເຄື່ອງບຳລຸງຮັກສາເສັ້ນທາງຂະໜາດໃຫຍ່ 4 ເຄື່ອງ ແລະ ມີຜູ້ປະຕິບັດການ 300 ກວ່າຄົນ,ໃຊ້ເວລາກວ່າ 5 ເດືອນໃນການດໍຳເນີນຮັກສາສ້ອມແປງຢ່າງຄົບຖ້ວນສຳລັບ ສາຍເສັ້ນທາງ290 ກວ່າກິໂລແມັດ ແລະ ຊຸດເຄື່ອງແບ່ງຮາງ 179 ຊຸດ ສຳລັບຕອນເຂດບໍ່ເຕນຫາວຽງຈັນພາຍໃນປະເທດລາວ.
ໂດຍຜ່ານການຮັກສາສ້ອມແປງແລະດຳເນີນການກໍ່ສ້າງແບບເຕົ້າໂຮມຄັ້ງນີ້, ດັດຊະນີຄຸນນະພາບຮາງລົດໄຟ(TQI)ໄດ້ຫຼຸດລົງຈາກ 5,87 ມມ ລົງເຫຼືອ 3,28 ມມຂອງອຸປະກອນສາຍເສັ້ນທາງລົດໄຟລາວ-ຈີນ ພາກສ່ວນໃນຕອນປະເທດລາວ, ແລະ ຄວາມຜິດພາດສູງສຸດຂອງຄວາມສູງຕ່ຳຮາງລົດໄຟ,ທິດທາງຮາງລົດໄຟໄດ້ຫຼຸດລົງຈາກຫຼາຍກວ່າ 2 ມມ ຫາຕ່ຳກວ່າ 0.5 ມມ, ປັບປຸງຄຸນນະພາບຂອງອຸປະກອນສາຍເສັ້ນທາງລົດໄຟລາວ-ຈີນ ພາກສ່ວນໃນຕອນປະເທດລາວ, ແລະໄດ້ປັບປຸງຄວາມສະດວກຂອງຜູ້ໂດຍສານ ແລະປະສິດທິພາບການຂົນສົ່ງສິນຄ້າ.
ນັບແຕ່ໄດ້ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນມາຮອດວັນທີ 13 ມີນາ, ຍອດຈຳນວນການຂົນສົ່ງການນຳເຂົ້າແລະສົ່ງອອກໄດ້ບັນລຸ 3,0158 ລ້ານໂຕນ, ເຄືອຂ່າຍຄົມມະນາຄົມຂົນສົ່ງສິນຄ້າຂ້າມແດນຂອງທາງລົດໄຟລາວ-ຈີນໄດ້ກວມເອົາ 13 ປະເທດເຊັ່ນໄທ, ສິງກະໂປແລະປະເທດອື່ນໆ.
ຂ່າວ:ເວັບໄຊແຂວງຢຸນນານ