ບໍ່ຫານ: ດິນແດນໃຫມ່ແຫ່ງການເປີດປະຕູສູ່ພາຍນອກ

2023-03-17 18:14:25
ມາຈາກ:

ເມື່ອບໍ່ດົນມານີ້, ທ່ານ ເສີນຊີ (Chen Qi) ອາຍຸ 64 ປີ ໄດ້ຂີ່ລົດໄຟຈາກນະຄອນເສິງຕູ່(Chengdu) ມາເຖິງຕາແສງ ບໍ່ຫານ, ແລະ ຫຼັງຈາກສໍາເລັດຂັ້ນຕອນລົງທະບຽນຕ່າງໆ, ຖືຫນັງສືຜ່ານແດນຜ່ານດ່ານບໍ່ຫານມາປະເທດລາວໃຊ້ເວລາພຽງແຕ່ 1 ນາທີເທົ່ານັ້ນ. ຄະນະທ່ອງທ່ຽວ "ກຸ່ມຜູ້ສູງອາຍຸ" ທີ່ທ່ານ ເສີນຊີໄປນໍານັ້ນ ມີຫຼາຍກວ່າ 60 ຄົນ, ເຂົາເຈົ້າຈະໄປທ່ຽວລາວ. ການຜ່ານດ່ານຢູ່ບໍ່ຫານເຮັດໃຫ້ລາວຮູ້ສຶກ "ສະດວກສະບາຍ ແລະ ວ່ອງໄວຫຼາຍ".

ສະຖານທີ່ຄຸ້ມຄອງການນໍາເຂົ້າໝາກໄມ້ດ່ານລົດໄຟບໍ່ຫານ ແມ່ນຕັ້ງຢູ່ໃນສະຖານທີ່ຄຸ້ມຄອງການນໍາເຂົ້າສັງລວມຂອງດ່ານລົດໄຟບໍ່ຫານ, ຊຶ່ງໄດ້ຕັ້ງຖານກວດກາໝາກໄມ້ນໍາເຂົ້າເປັນຕົ້ນ, ມີບ່ອນກວດກາໝາກໄມ້ 15 ແຫ່ງ. ທ່ານ ໂຈ່ວໝິງໂປ (Zhou Mingbo) ຫົວຫນ້າ ດ່ານພາສີບໍ່ຫານ ກ່າວວ່າ"ພາຍຫຼັງສະຖານທີ່ຄຸ້ມຄອງການນໍາເຂົ້າໝາກໄມ້ສ້າງສໍາເລັດແລ້ວໄດ້ເຮັດໃຫ້ໝາກໄມ້ຈາກລາວ ແລະ ປະເທດອື່ນໆ ສາມາດຜ່ານການແຈ້ງພາສີຢ່າງໄວວາ ຢູ່ຈຸດນໍາເຂົ້າທີໜຶ່ງ.  ປັດຈຸບັນນີ້, ມີໝາກໄມ້   3.600 ໂຕນ ແບ່ງເປັນ 19 ງວດ ໄດ້ເຂົ້າປະເທດຈີນ. ສໍາລັບສະຖານທີ່ຄຸ້ມຄອງການນໍາເຂົ້າທັນຍາຫານ ແລະ ຜະລິດຕະພັນນໍ້າ ທີ່ສົດ ແລະ ແຊ່ເຢັນ ຈະເປີດນໍາໃຊ້ຫຼັງຈາກໄດ້ຮັບການກວດກາຮອງຮັບ."

ກາຍ; ດ່ານທ່າບົກຄຸນໝິງ-ບໍ່ຫານຢູ່ຕາມຊາຍແດນ ໄດ້ເຂົ້າລາຍຊື່ໂຄງການການກໍ່ສ້າງສູນໂລຈິສຕິກແຫ່ງຊາດຈີນປີ 2022; ຕະຫຼາດການຄ້າຊາຍແດນໃຫມ່ໄດ້ເປີດການນໍາໃຊ້... ເສດຖະກິດດ່ານຊາຍແດນຂອງບໍ່ຫານ ແມ່ນໄດ້ຮັບການເລັ່ງລັດພັດທະນາ.

ເມື່ອທຽບກັບຕະຫຼາດເກົ່າ, ຕະຫຼາດການຄ້າຊາຍແດນໃຫມ່ບໍ່ຫານທີ່ເປີດການນໍາໃຊ້ໃນເດືອນທັນວາ 2022, ແມ່ນສະອາດ ແລະ ອັດສະລິຍະຫຼາຍກວ່າ. ທ່ານ ຫຼິວຈື້ຢວນ (Liu Zhiyuan), ຜູ້ອໍານວຍການໃຫຍ່ບໍລິສັດຄຸ້ມຄອງຕະຫຼາດການຄ້າຊາຍແດນບໍ່ຫານ ກ່າວວ່າ, ທຸລະກິດຂອງຕະຫຼາດການຄ້າຊາຍແດນໃຫມ່ ແມ່ນໃຊ້ຮູບແບບການແຈ້ງພາສີແບບມອບໝາຍໂດຍລວມໝູ່, ຄື ປະຊາຊົນຢູ່ຊາຍແດນສາມາດໃຊ້ແອັບ “ປ່ຽນຮູ້ທົ່ງ(Bianhutong)” ມອບໝາຍໃຫ້ຕົວແທນຂອງສະຫະກອນ ດໍາເນີນການແທນເພື່ອແຈ້ງພາສີຕ່າງໆ, ສໍາລັບປະຊາຊົນເອງ ໃຊ້ມືຖືກໍສາມາດສໍາເລັດການ ຊື້-ຂາຍ ສິນຄ້າຕະຫຼາດຂ້າມຊານແດນ, ຊຶ່ງໄດ້ເຮັດໃຫ້ການເດີນທາງຊື້ຂາຍເຄື່ອງຂອງປະຊາຊົນຢູ່ຕາມຊາຍແດນຫຼຸດລົງ.

ຢຸ່ຫໍການຄ້າ ມີຕູ້ແຈ້ງພາສີແບບອັດສະລິຍະ 8 ໜ່ວຍ ໄດ້ຈັດເປັນແຖວຢ່າງເປັນລະບຽບລຽບລ້ອຍ, ແລະ ລູກຄ້າບາງຄົນກໍາລັງຫຍຸ້ງກັບການຂຽນແບບຟອມ ແລະ ແຈ້ງພາສີ. ນາງ ຈາງເຢ້ (Zhang Yue) ອາຍຸ 21 ປີ  ຊາວບ້ານຂອງບ້ານບໍ່ຫານ ເປັນຕົວແທນຂອງສະຫະກອນ ກໍາລັງຊ່ວຍຊາວບ້ານຢືນຢັນເຄື່ອງຂອງທີ່ຈະຊື້ຂອງພວກເຂົາເຈົ້າ. ນາງເວົ້າວ່າ ພາບທີ່ຊາວບ້ານຍູ້ລົດສາມລໍ້ມາເຮັດທຸລະກິດຢູ່ທີ່ນີ້ ໄດ້ຜ່ານໄປແລ້ວ, ຕອນນີ້ຊາວບ້ານບໍ່ຈໍາເປັນຕ້ອງເຂົ້າມາເອງ, ແລະ ສາມາດມອບໝາຍໃຫ້ຜູ້ແທນດໍາເນີນການໃຫ້.

ທ່ານ ຈາງສາວໝິງ (Zhang Chaoming), ອາຍຸ 59 ປີ, ປະທານບໍລິສັດຢາງພາລາ ມານຈວງເມືອງຫຼ້າທີ່ໄດ້ເຮັດວຽກກ່ຽວກັບອຸດສາຫະກໍາຢາງພາລາ ເປັນເວລາ 14 ປີ. ທ່ານກ່າວວ່າ , ສາມາດພົບກັບໂອກາດທີ່ນະຄອນຄຸນໝິງຖືກມອບໝາຍໃຫ້ຄຸ້ມຄອງຕາແສງບໍ່ຫານນີ້ ຮູ້ສຶກດີໃຈຫຼາຍ, ການສະໜັບສະໜູນຂອງເທດສະບານແຂວງແມ່ນມີຄວາມເຂັ້ມແຂງ, ພ້ອມດຽວກັນນັ້ນມີນະໂຍບາຍ ແລະ ການອຸດໜູນດ້ານເງິນທຶນຫຼາຍຢ່າງແມ່ນດີກວ່າໃນໄລຍະຜ່ານມາ. "ພວກເຮົາກໍາລັງພະຍາຍາມສ້າງໂຮງງານຜະລິດໝູນໃຊ້ຢາງລົດເກົ່າໃນເຂດຄຸ້ມຄອງສະເພາະ, ເພື່ອພັດທະນາທຸລະກິດອຸດສາຫະກໍາຢາງພາລາໃຫ້ໃຫຍ່ຂຶ້ນ."

ບັນນນາທິການ: ວິມົນ

ບໍ່ຫານ: ດິນແດນໃຫມ່ແຫ່ງການເປີດປະຕູສູ່ພາຍນອກ