ກອງປະຊຸມສອງສະພາຂອງຈີນ| ໃບຊາໜຶ່ງສົ່ງເສີມໃຫ້ເປັນອຸດສາຫະກໍາທີ່ຈະເລີນຮຸ່ງເຮືອງ

2023-03-17 18:18:26
ມາຈາກ:

ຊາພູເອີເປັນຊາທີ່ມີຊື່ສຽງໃນທ້ອງຖິ່ນແຂວງຢຸນນານ, ຊຶ່ງໄດ້ປູກໃນ 11 ກິ່ງແຂວງ (ນະຄອນ) ເຊັ່ນ: ນະຄອນພູເອີ ແລະ ກິ່ງແຂວງປົກຄອງຕົນເອງຊົນເຜົ່າສິບສອງພັນນາເປັນຕົ້ນ, ມັນກວມເອົາຈໍານວນເຄິ່ງໜຶ່ງຂອງຕະຫຼາດຊາແຂວງຢຸນນານ.

ທ່ານ ຫວາງກາງ (Wang Gang) ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ, ຮອງເຈົ້າຄອງນະຄອນພູເອີ ແຂວງຢຸນນານ ກ່າວວ່າ, "ເກືອບເຄິ່ງໜຶ່ງຂອງປະຊາກອນຂອງນະຄອນພູເອີ ແມ່ນມີສ່ວນຮ່ວມໃນການຜະລິດຊາ, ແລະ ອຸດສາຫະກໍາຊາແມ່ນອຸດສາຫະກໍາເສົາຄໍ້າທີ່ກ່ຽວພັນເຖິງທຸກຄອບຄົວ."  ປັດຈຸບັນນີ້, ອຸດສາຫະກໍາຊາຂອງນະຄອນພູເອີແມ່ນພັດທະນາໄປດ້ວຍທ່ວງທ່າທີ່ດີ, ເນື້ອທີ່ສວນຊາມີເຖິງ 2,09 ລ້ານມູ້ ແລະ ມູນຄ່າຜົນຜະລິດສັງລວມມີເຖິງ 39,2 ຕື້ຢວນ.

ເມື່ອຫວນຄືນຂະບວນການພັດທະນາຂອງອຸດສາຫະກໍາຊາພູເອີ, ທ່ານ ຫວາງກາງ ໄດ້ສະຫຼຸບດ້ວຍສອງຄໍາສັບ ຄື: ໜຶ່ງແມ່ນ ອິນຊີ-ນິເວດ, ສອງແມ່ນ ການເຊື່ອມໂຍງກັນລະຫວ່າງ ຊາ ກັບ ການທ່ອງທ່ຽວ. ມາຮອດປັດຈຸບັນ, ຈໍານວນວິສາຫະກິດທີ່ໄດ້ຮັບໃບຮັບຮອງດ້ານອິນຊີ, ເນື້ອທີ່, ໃບຢັ້ງຢືນ ຂອງນະຄອນພູເອີແມ່ນໄດ້ຈັດໃນອັນດັບທີໜຶ່ງຂອງບັນດານະຄອນທຽບເທົ່າເມືອງຂອງທົ່ວປະເທດຈີນ. ໃນຊຸມປີມານີ້, ນະຄອນພູເອີໄດ້ດໍາເນີນການຄົ້ນຄ້ວາ ແລະ ປະດິດສ້າງໃນຂົງເຂດຕ່າງໆ, ເຊັ່ນ: ຊອກຈຸດກໍາເນີດຂອງຕົ້ນຊາ, ການສໍາພາດວັດທະນະທໍາຂອງຊາ, ການທ່ອງທ່ຽວພັກຜ່ອນຢ່ອນອາລົມ, ການທ່ອງທ່ຽວເພື່ອສຸຂະພາບ ແລະອື່ນໆ, ຊຶ່ງໄດ້ສ້າງເສັ້ນທາງຍອດຢ້ຽມດ້ານການທ່ອງທ່ຽວບ້ານຜະລິດຊາ, ແລະ ເຜີຍແຜ່ການທ່ອງທ່ຽວທີ່ມີຄຸນນະພາບສູງ ແລະ ມີປະສົບການຢ່າງເລິກເຊິ່ງ.

ຂ່າວ: ໜັງສືພິມລາຍວັນຢຸນນານ
ບັນນນາທິການ: ວິມົນ

ກອງປະຊຸມສອງສະພາຂອງຈີນ| ໃບຊາໜຶ່ງສົ່ງເສີມໃຫ້ເປັນອຸດສາຫະກໍາທີ່ຈະເລີນຮຸ່ງເຮືອງ