ເວທີປາໄສສາກົນວ່າດ້ວຍການແກ້ໄຂຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ(ນູ້ຈ່ຽງ)ປີ2023 ໄດ້ຈັດຂື້ນຢູ່ທີ່ຢຸນນານ

2023-03-18 18:49:37
ມາຈາກ:

ວັນທີ 18-19 ເດືອນ 3, ເວທີປາໄສວ່າດ້ວຍການແກ້ໄຂຫຼຸດຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ(ນູ້ຈ່ຽງ)ປີ2023 ໄດ້ຈັດຂື້ນຢູ່ທີ່ກິ່ງແຂວງປົກຄອງຕົນເອງຊົນເຜົ່າລິສູ້ ນູ້ຈ່ຽງ ແຂວງຢຸນນານ. ກິດຈະກໍາດັ່ງກ່າວແມ່ນຊີ້ນໍາໂດຍຫ້ອງວ່າການຂ່າວສານຄະນະລັດຖະບານປະເທດຈີນ, ຮ່ວມກັນຈັດຕັ້ງໂດຍກົມກິດຈະການຈັດພີມພາສາຕ່າງປະເທດຈີນ ພ້ອມກັບອໍານາດການປົກຄອງແຂວງຢຸນນານ, ສະມາຄົມສາຍພົວພັນສາທາລະນະປະເທດຈີນ, ວິທະຍາໄລປະຊາຊົນຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການຮ່ວນມືແລກປ່ຽນດ້ານການຫຼຸດຜ່ອນຄວາມທຸກຍາກສາກົນ, ເຕົ້າໂຮມອຸດົມການຮ່ວມດ້ານການພັດທະນາ, ຍົກລະດັບຄວາມໝັ້ນໃຈດ້ານການພັດທະນາ, ເລັ່ງລັດຜັນຂະຫຍາຍຂໍ້ລິເລີ່ມການພັດທະນາທົ່ວໂລກ ແລະ ວາລະປະຊຸມວ່າດ້ວຍການພັດທະນາແບບຢືນຍົງປີ2030 ຂອງອົງການສາຫະປະຊາຊາດ.



ເວທີປາໄສດັ່ງກ່າວຖືເອົາ “ຮ່ວມກັນສ້າງອານາຄົດໃໝ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດ ຮ່ວມແບ່ງປັນກາລະໂອກາດໃໝ່ແຫ່ງການພັດທະນາທົ່ວໂລກ” ເປັນຫົວຂໍ້ຫຼັກ, ແບ່ງເປັນ 4 ພາກສ່ວນຄື: ພິທີເປີດສາກ, ເວທີປາໄສຫຼັກ, ເວທີປາໄສຫົວຂໍ້ສະເພາະທາງ, ກອງປະຊຸມໂຕະມົນເອກອັກຄະລັດຖະທູດ, ເຊີ່ງມີທ່ານທູດ, ເຈົ້າໜ້າທີ່ປະຈໍາ ສປຈີນ ແລະ ນັກຊ່ຽວຊານວິຊາການທີ່ມາຈາກ 20 ປະເທດ ແລະ 4 ອົງການສາກົນ ລວມທັງໝົດ 190 ກ່ວາທ່ານເຂົ້າຮ່ວມເວທີປາໄສ. ພວກເຂົາຈະດໍາເນີນການກ່າວປາໄສໃນຫົວຂໍ້ຫຼັກທີ່ປີ່ນອ້ອມການສ້າງຄວາມເຂັ້ມແຂງດ້ານຄວາມຮັບຜິດຊອບສັງຄົມຂອງໝາກຜົນການຫຼຸດຜ່ອນຄວາມທຸກຍາກ, ເຕັກໂນໂລຊີສົ່ງເສີມການພັດທະນາຢ່າງມີຄຸນນະພາບສູງຂອງຊົນນະບົດ, ເສັ້ນທາງການພັດທະນາສີຂຽວແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຊົນນະບົດ, ພ້ອມທັງດຳເນີນການຄົ້ນຄ້ວາສົນທະນາໃນຫົວຂໍ້ສະເພາະທາງ.

ໃນລະຫ່ວາງນີ້, ແຂກທັງພາຍໃນ ແລະ ຕ່າງປະເທດ ຈະເດີນທາງໄປສູ່ສວນເສົ່າກ໋ວຍ(Lanxangia tsao-ko) ປາຍໜຽວກູ,ແມ່ນໍ້າກູຖັ້ນບ້ານຊານເຮີ, ນະຄອນລູໂສຍ ແລະ ເຂດເຮີເສ ເຊີ່ງເປັນ 3 ຈຸດສາທິດດ້ານການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດ, ສຳຫຼວດສະພາບອຸດສາຫະກຳເສົ່າກ໋ວຍນິເວດຂອງນູຈ້ຽງທີ່ມີຜົນຕໍ່ການສົ່ງເສີມການຟື້ນຟູຄວາມຈະເລີນຮູ່ງເຮືອງຊົນນະບົດ, ການຊ່ວຍເຫຼື່ອສົ່ງເສີມຕາມຈຸດກຳນົດ, ການລົງເລິກການຫຼອມລວມກັນດ້ານກະສິກໍາ ແລະ ການທ່ອງທ່ຽວ, ສົ່ງເສີມການຟື້ນຟູຄວາມຈະເລີນຮຸ່ງເຮືອງຊົນນະບົດ ແລະ ສະພາບວຽກງານການຊ່ວຍເຫຼືອໃນໄລຍະຫຼັງຕ່າງໆເຊັ່ນ: ດ້ານການແພດ, ການສຶກສາ, ວັດທະນາທໍາ, ການປະກອບອາຊີບ ແລະ ອື່ຶນໆຂອງເຂດຊຸມຊົນຍົກຍ້າຍເນື່ອງຈາກການຊ່ວຍເຫຼືອຫຼຸດຜ່ອນຄວາມທຸກຍາກດ້ວຍການຈັນສັນຍົກຍ້າຍຖິ່ນຖານ.

ແຫຼ່ງທີ່ມາ: ໜັງສືພີນລາຍວັນຢຸນນານ.

ເວທີປາໄສສາກົນວ່າດ້ວຍການແກ້ໄຂຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ(ນູ້ຈ່ຽງ)ປີ2023 ໄດ້ຈັດຂື້ນຢູ່ທີ່ຢຸນນານ