ເລີ່ມຈັດກິດຈະກຳໃນລະດູໃບໄມ້ປັ່ງທີ່ຕົວເມືອງຂະໜາດໃຫຍ່ແລະກາງຂອງຈີນຮ່ວມກັນຮັບສະໝັກນັກສຶກສາທີ່ຮຽນຈົບຈາກໂຮງຮຽນຊັ້ນສູງ

2023-03-20 18:28:46
ມາຈາກ:CRI

ວັນທີ19ມີນານີ້, ກິດຈະກຳໃນລະດູໃບໄມ້ປົ່ງທີ່ຕົວເມືອງຂະໜາດໃຫຍ່ແລະກາງຂອງຈີນຮ່ວມກັນຮັບສະໝັກນັກສຶກສາທີ່ຮຽນຈົບຈາກໂຮງຮຽນຊັ້ນສູງໄດ້ຈັດຂຶ້ນຢູ່ນະຄອນນານກິ່ງແຂວງຈ່ຽງຊູ່, ມີຫົວໜ່ວຍແຮງງານ648ແຫ່ງທີ່ມາຈາກ15ແຂວງໄດ້ສະໜອງຕຳແໜ່ງງານເກືອບ2ໝື່ນຕຳແໜ່ງ. ໃນກິດຈະກຳດັ່ງກ່າວໄດ້ເປີດ“ກິດຈະກຳສະເພາະເສດຖະກິດດີຈິຕອນ”.

ໃນກິດຈະກຳສະເພາະດັ່ງກ່າວ,ວິຊາການແມ່ນກ່ຽວຂ້ອງກັບຂໍ້ມູນວິທະຍາສາດ(DataScience)ແລະເຕັກນິກຖານຂໍ້ມູນໃຫຍ່(big data), ກິດຈະການອັດສະລິຍະ,ເຕັກນິກປັນຍາປະດິດAI, ການອອກແບບດ້ານອຸດສາຫະກຳ ແລະຂົງເຂດອື່ນໆ.

ເລີ່ມຈັດກິດຈະກຳໃນລະດູໃບໄມ້ປັ່ງທີ່ຕົວເມືອງຂະໜາດໃຫຍ່ແລະກາງຂອງຈີນຮ່ວມກັນຮັບສະໝັກນັກສຶກສາທີ່ຮຽນຈົບຈາກໂຮງຮຽນຊັ້ນສູງ