ຂ້າຍເຕົ້າຫູ້ອອນລາຍ ຕະຫຼາດທີ່ກວ້າງຂວາງຂຶ້ນກວ່າເກົ່າ
ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບການພັດທະນາຂອງການຖ່າຍທອດສົດເພື່ອໂຄສະນາຈຳໜ່າຍສິນຄ້າໂດຍກົງທາງອິນເຕີເນັດ, ຊາວໜຸ່ມຫຼາຍຄົນຢູ່ເມືອງຊິ່ຜິງແຂວງຢຸນນານໄດ້ຫັນເປັນຜູ້ຖ່າຍທອດສົດລາຍການຈຳໜ່າຍສິນຄ້າ, ຊຸກຍູ້ແລະຊ່ວຍເຫຼືອການໂຄສະນາຜະລິດຕະພັນຖົ່ວເຫຼືອງອອກສູ່ຕະຫຼາດທີ່ກວ້າງຂວາງຍິ່ງຂຶ້ນ, ແລະໃຫ້ເຕົ້າຫູ້ຊິ່ຜິງໄດ້ເຂົ້າໄປຢູ່ໃນໂຕະອາຫານຂອງອີກຫຼາຍພັນຄອບຄົວ.
ທ່ານ ວັງຫົງຫຸຍ ຜູ້ທີ່ຖ່າຍທອດສົດລາຍການຈຳໜ່າຍສິນຄ້າຈາກເມືອງຊິ່ຜິງ,ລາວເປັນຜູ້ຮັບຜິດຊອບຕົ້ນຕໍໃນການຂາຍສິນຄ້າສອງຜະລິດຕະພັນຍອດຢ້ຽມປະຈຳທ້ອງຖິ່ນ ຄືເຕົ້າຫູ້ຊິ່ຜິງແລະແຜ່ນເຕົ້າຫູ້ແຫ້ງຊິ່ຜິງແລະຜະລິດຕະພັນຈາກຖົ່ວເຫຼືອງເຊັ່ນເຕົ້າຫູ້ຫໍ່, ເຕົ້າຫູ້ໄໝແລະອື່ນໆ,
ໃນສະພາບປົກກະຕິຍອດຈຳໜ່າຍແຕ່ລະມື້ແມ່ນແຕ່ 10.000 ຫາ 15.000 ຢວນ, ສູງສຸດສາມາດບັນລຸໄດ້ປະມານ 30.000 ຢວນ, ແລະປະລິມານການຂາຍສິນຄ້າແມ່ນປະມານ 200 ຫາ 500 ໃບບິນຄໍາສັ່ງ. ທ່ານກ່າວວ່າ: "ຂ້າພະເຈົ້າຢາກເຮັດໃຫ້ເຕົ້າຫູ້ຊິ່ຜິງກ້າວຍ່າງອອກຈາກແຂວງຢຸນນານແລະເຂົ້າໄປສູ່ຕ່າງປະເທດດ້ວຍຄວາມພະຍາຍາມຂອງຕົນ, ແລະຊ່ວຍໃຫ້ຊາວກະສິກອນໃນບ້ານເກີດຂອງຂ້າພະເຈົ້າຂາຍຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງຂຶ້ນ. "
ປະຈຸບັນ, ການຖ່າຍທອດສົດ ເພື່ອໂຄສະນາຈຳໜ່າຍສິນຄ້າຜະລິດຕະພັນຈາກຖົ່ວເຫຼືອງຂອງຊິ່ຜິງບໍ່ພຽງແຕ່ຈຳໜ່າຍໄປທົ່ວທຸກແຫ່ງຂອງປະເທດຈີນເທົ່ານັ້ນ, ຫາກຍັງໄປຕ່າງປະເທດອີກດ້ວຍ. ຕ່າງປະເທດສ່ວນໃຫຍ່ມີຕະຫຼາດສອງສ່ວນຄື: ແຜ່ນເຕົ້າຫູ້ແຫ້ງ, ເຕົ້າຫູ້ໄໝ ແມ່ນຂາຍໃຫ້ປະເທດປາກີສະຖານ; ເຕົ້າຫູ້ຫໍ່ແມ່ນຂາຍໄປມຽນມາ, ຫວຽດນາມ, ລາວ ແລະ ປະເທດອື່ນໆ.
ຂ່າວ:ໜັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ:ເລວຢົງ ເຊີນເຈຍ