"ຮູ້ສຶກວ່າຈີນເປັນເປີດກວ້າງ ແລະ ໂອບອ້ອມອາລີ"

2023-03-21 10:28:31
ມາຈາກ:

ນັບແຕ່ເວລາ 00:00 ໂມງຂອງວັນທີ 15 ມີນາ, ກົມຄຸ້ມຄອງຄົນເຂົ້າອອກເມືອງແຫ່ງຊາດຈີນໄດ້ປັບປຸງນະໂຍບາຍວີຊາແລະການເຂົ້າເມືອງຂອງຄົນຕ່າງປະເທດທີ່ເຂົ້າມາຈີນຕື່ມອີກ. ໃນພາກສະໜາມຂອງການປະຕິບັດໜ້າທີ່ກວດກາດ່ານຊາຍແດນທີ່ເຂົ້າມາຈີນ ຢູ່ດ່ານຈຳນວນໜຶ່ງຂອງຈີນສາມາດເຫັນຄົນຕ່າງປະເທດຈໍານວນຫຼາຍ.

ທ່ານ ເຢເຊຝູ ຜູ້ໂດຍສານຈາກປະເທດອິດສະຣາແອນ ໃນສະຫນາມບິນສາກົນຕ້າຊິງປັກກິ່ງກ່າວວ່າ: "ຂ້າພະເຈົ້າໄດ້ຊື້ປີ້ໃນທັນທີທີ່ໄດ້ເຫັນຂ່າວ,ຂ້າພະເຈົ້າດີໃຈຫຼາຍທີ່ຈະເປັນຜູ້ໂດຍສານຕ່າງປະເທດຄົນທໍາອິດທີ່ເຂົ້າສະຫນາມບິນສາກົນຕ້າຊິງປັກກິ່ງຫຼັງຈາກການປະຕິບັດນະໂຍບາຍໃຫມ່. "

ທ່ານ ຊາວເກີຜ່ານ ຊາວການາດາທີ່ອາໄສຢູ່ຮົງກົງໄດ້ຊື້ປີ້ໃນວັນທີ 15. ລາວເວົ້າວ່າ: "ຂ້ອຍບໍ່ໄດ້ພົບກັນພວກເພິ່ນມາສາມປີແລ້ວ. ທັນທີທີ່ໄດ້ຟັງຂ່າວ ຂ້ອຍກໍໄດ້ຫໍ່ກະເປົາແລະຢາກເຫັນພວກເຂົາໄວໆນີ້." ໃນຕອນເຊົ້າຂອງວັນທີ 15, ທ່ານ ຊາວເກີຜ່ານ ໄດ້ຜ່ານເຂົ້າຊາຍແດນຈາກດ່ານໂລຫູເຊີນເຈີ້ນ,ທ່ານຫວັງວ່າຈະພົບປະກັບຫມູ່ເພື່ອນຢູ່ກວາງໂຈ່ວ.

ທ່ານນາງ ຝົງຊີຫົງຊຽວ ເວົ້າວ່າ: “ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ເປັນນັກທ່ອງທ່ຽວຫວຽດນາມຊຸດທຳອິດ ພາຍຫຼັງການປັບປ່ຽນນະໂຍບາຍເຂົ້າອອກ, ເພາະວ່າຈີນແມ່ນບ້ານເກີດເມືອງນອນທີສອງຂອງຂ້າພະເຈົ້າ.” ໃນດ່ານມິດຕະພາບຊຽງຜິງແຂວງກວາງຊີ, ທ່ານນາງ ຝົງຊີຫົງຊຽວ ນັກທ່ອງທ່ຽວຊາວຫວຽດນາມທີ່ເຄີຍຮຽນຢູ່ ສປ ຈີນ, ສຳລັບນາງ ນາງເຫັນວ່າປະເທດຈີນເປັນປະເທດທີ່ "ທິວທັດສວຍງາມ, ສະບຽງອາຫານອຸດົມສົມບູນ, ແລະປະຊາຊົນມີມິດໄມຕີ".

ທ່ານນາງ ລຽງຢຸນເຢ ຜູ້ອຳນວຍການໃຫຍ່ ບໍລິສັດທ່ອງທ່ຽວສາກົນກວາງຊີຊຽງຜິງເຫີຜິງຈຳກັດກ່າວວ່າ,"ພາຍຫຼັງການປັບປ່ຽນນະໂຍບາຍ, ພວກເຮົາໄດ້ຮັບໂທລະສັບກ່ຽວກັບການສອບຖາມຂໍ້ມູນ 200 ກວ່າຄັ້ງໃນເວລາພຽງແຕ່ມື້ດຽວ,ແລະຍັງມີຫຼາຍທີມທີ່ລໍຖ້າ."



ທ່ານນາງ ຫວາງຈາຍຫຸຍ ຜູ້ນໍາທ່ຽວທີ່ເວົ້າພາສາໄທທີ່ເຮັດວຽກຢູ່ເຊີນເຈີ້ນເປັນເວລາຫຼາຍປີ, ລາວໄດ້ເລີ່ມກະກຽມສໍາລັບການກັບຄືນຂອງກຸ່ມທ່ອງທ່ຽວຕ່າງປະເທດ.ລາວເວົ້າວ່າ: "ຂ້ອຍວາງແຜນທີ່ຈະສຳຫຼວດສະຖານທີ່ບາງຈຸດທີ່ສວຍງາມໃຫມ່ເພື່ອໃຫ້ນັກທ່ອງທ່ຽວສາມາດສຳຜັດແລະຮູ້ສຶກເຖິງການປ່ຽນແປງໃນເຂດໃຫຍ່ກວາງຕຸ້ງ-ຮົງກົງ-ມາເກົາ(Guangdong-Hong Kong-Macao Greater)."

ກ່ອນໜ້ານີ້, ນັບແຕ່ວັນທີ 8 ມັງກອນນີ້ເປັນຕົ້ນມາ, ປະເທດຈີນໄດ້ປັບປຸງນະໂຍບາຍແລະມາດຕະການຄຸ້ມຄອງຄົນເຂົ້າເມືອງໃຫ້ດີ, ໃນນັ້ນມີການດຳເນີນການຄືນໃໝ່ຢ່າງເປັນລະບຽບຮຽບຮ້ອຍໃນການຮັບຮອງ ແລະ ອະນຸມັດໃບຮ້ອງຂໍໜັງສືຜ່ານແດນປົກກະຕິໂດຍພົນລະເມືອງຈີນທີ່ເດີນທາງໄປຕ່າງປະເທດແລະຢ້ຽມຢາມເພື່ອນມິດ.

ທ່ານນາງ ຝານຊີຫວາເມີຍ ນັກທ່ອງທ່ຽວຫວຽດນາມໃນດ່ານມິດຕະພາບຊຽງຜິງແຂວງກວາງຊີກ່າວວ່າ,“ນີ້ແມ່ນການເດີນທາງໄປມາຫາສູ່ກັນທັງສອງທິດທາງ”, ລາວດຳເນີນທຸລະກິດບໍລິສັດທ່ອງທ່ຽວໃນຫວຽດນາມ,ເຊິ່ງໄດ້ຮັບນັກທ່ອງທ່ຽວຈີນເປັນຈຳນວນຫຼວງຫຼາຍນັບແຕ່ວັນທີ 8 ມັງກອນ.ລາວຍັງກ່າວອີກວ່າ, "ຄັ້ງນີ້ຂ້ອຍມາຈີນວຽກງານອັນຕົ້ນຕໍແມ່ນສຳຫຼວດເສັ້ນທາງທ່ອງທ່ຽວແລະເພື່ອກະກຽມສຳລັບການພັດທະນາທີ່ດີຂຶ້ນໃນຕະຫຼາດຈີນໃນຄັ້ງຕໍ່ໄປ."

ຂ່າວ:ສໍຳນັກຂ່າວຊີນຮວາ

ນັກຂ່າວ:ເລນຊີນຊີນ ເມົາຊີຊຽນ ອຸຊີຊີ

"ຮູ້ສຶກວ່າຈີນເປັນເປີດກວ້າງ ແລະ ໂອບອ້ອມອາລີ"