ປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນໄດ້ຮັບຄວາມຍ້ອງຍໍຈາກປະຊາຄົມໂລກ

2023-03-21 17:56:58
ມາຈາກ:CRI

ວັນທີ 20 ມີນານີ້, ທ່ານວ່າງເວີນປິນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.

ໃນເວລາຕອບຄຳຖາມກ່ຽວກັບກອງປະຊຸມສອງສະພາ ແລະ ປະຊາທິປະໄຕແບບຈີນ, ທ່ານວ່າງເວີນປິນກ່າວວ່າ: ກອງປະຊຸມສອງສະພາຂອງຈີນແມ່ນພຶດຕິກຳທີ່ມີຊີວິດຊີວາຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການ, ປະຊາທິປະໄຕປະຊາຊົນທົ່ວຂະບວນການບໍ່ພຽງແຕ່ສະແດງອອກໃນດ້ານການອອກແບບລະບອບອັນຄົບຖ້ວນເທົ່ານັ້ນ, ຍັງສະແດງອອກໃນດ້ານການເຄື່ອນໄຫວຕົວຈິງ ແລະ ໝາກຜົນອັນພົ້ນເດັ່ນຂອງລະບອບ, ເປັນປະຊາທິປະໄຕທີ່ກວມໝົດຕ່ອງໂສ້ ກວມໝົດທິດທາງ ແລະ ປົກຄຸມໄປໝົດ, ເປັນປະຊາທິປະໄຕທີ່ກວ້າງຂວາງທີ່ສຸດ, ແທ້ຈິງທີ່ສຸດ ແລະ ມີຜົນບັງຄັບໃຊ້ທີ່ສຸດ.

ປະຊາທິປະໄຕປະຊາຊົນທົ່ວຂະບວນການປະຕິບັດຢູ່ໃນຂັ້ນຕອນຕ່າງໆຂອງກອງປະຊຸມສອງສະພາທົ່ວປະເທດຈີນ ເຊັ່ນ: ການເລືອກຕັ້ງ, ການເປິກສາຫາລື, ການຄຸ້ມຄອງການຕົກລົງນະໂຍບາຍ ແລະ ການຕິດຕາມກວດກາເປັນຕົ້ນ, ຜູ້ແທນສະພາປະຊາຊົນ ແລະ ສະມາຊິກສະພາເປິກສາການເມືອງທີ່ມາຈາກເຂດຕ່າງໆ, ຂະແໜງການຕ່າງໆ, ຂົງເຂດຕ່າງໆ ແລະ ຊົນເຜົ່າຕ່າງໆໄດ້ຕົ້າໂຮມກັນ, ພ້ອມກັນຫາລືວຽກງານແຫ່ງລັດ ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຂອງປະຊາຊົນອັນມະຫາສານຢ່າງເຕັມທີ່.ປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນໄດ້ຮັບຄວາມຍ້ອງຍໍຢ່າງກວ້າງຂວາງຈາກປະຊາຄົມໂລກ.

ປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນໄດ້ຮັບຄວາມຍ້ອງຍໍຈາກປະຊາຄົມໂລກ