ໃນກິ່ງແຂວງນູ້ຈ່ຽງ, ເຂົາເຈົ້າໄດ້ຍ່າງເຂົ້າໄປ "ແບບແຜນຊີວິດຢູ່ຢຸນນານ"

2023-03-22 19:51:37
ມາຈາກ:

ເມື່ອກ່ອນ, ກິ່ງແຂວງປົກຄອງຕົນເອງຊົນເຜົ່າລິສູ້ນູ້ຈ່ຽງ ແມ່ນເຂດໜຶ່ງທີ່ເປັນເຂດທຸກຍາກຢ່າງເລິກເຊິ່ງຂອງຈີນ, ປະຈຸບັນ, ກິ່ງແຂວງນູ້ຈ່ຽງໄດ້ກາຍເປັນ"ແຜ່ນດິນແຫ່ງຄວາມຫວັງ"ທີ່ມີຄວາມສຸກແລະສວຍງາມ. ວັນທີ 18 ມີນາ, ກ່ອນທີ່ “ເວທີປາໄສສາກົນວ່າດ້ວຍການແກ້ໄຂຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ(ນູ້ຈ່ຽງ)” ຈະຈັດຂຶ້ນ ໄດ້ມີແຂກຕ່າງປະເທດ 190 ກວ່າຄົນທີ່ມາຈາກ 20 ປະເທດໄດ້ໄປຢ້ຽມຢາມກິ່ງແຂວງປົກຄອງຕົນເອງຊົນເຜົ່າລິສູ້ນູ້ຈ່ຽງ, ເພື່ອຮຽນຮູ້ບັນດາບົດຮຽນທີ່ມີຊີວິດຊີວາໃນທ້ອງຖິ່ນ ວ່າດ້ວຍການແກ້ໄຂຫຼຸດຄວາມທຸກຍາກແລະການຟື້ນຟູຊົນນະບົດ.

ໝາກແຫນ່ງ, ການຝຶກອົບຮົມບົ່ມສ້າງຂະແໜງການນິເວດ

ໃນສວນໝາກແໜ່ງປາຍນຽວກູ, ຜູ້ບັນລະຍາຍໄດ້ແນະນໍາ ສາຍແນນທີ່ແຍກຈາກກັນບໍ່ໄດ້ລະຫວ່າງກິ່ງແຂວງນູ້ຈ່ຽງ ກັບ ໝາກແໜ່ງໃຫ້ແກ່ແຂກ. "ອາໄສການປູກໝາກແໜ່ງ ກິ່ງແຂວງນູ້ຈ່ຽງໄດ້ເດີນໄປໃນເສັ້ນທາງດ້ານນິເວດຂອງການຫຼຸດຜ່ອນຄວາມທຸກຍາກແລະຄວາມຈະເລີນຮຸ່ງເຮືອງ".

ປະຈຸບັນນີ້,ກິ່ງແຂວງນູ້ຈ່ຽງໄດ້ກາຍເປັນເຂດການຜະລິດຫຼັກຂອງໝາກແໜ່ງຢູ່ຈີນ. ມາຮອດປີ 2022, ຈະມີ 32.000 ຄົວເຮືອນຢູ່ກິ່ງແຂວງນູ້ຈ່ຽງປູກໝາກແໜ່ງ.ໂດຍຜ່ານໝາກແໜ່ງ ຊາວບ້ານໃນທ້ອງຖິ່ນໄດ້ປ່ຽນແປງຊີວິດການເປັນຢູ່ຢ່າງແທ້ຈິງແລະ ມີ ລາຍຮັບເພີ່ມຂຶ້ນ.

ທ່ານນາງ ໝິງຈູ ນັກຄົ້ນຄວ້າ ຄັງປັນຍາໂລກາພິວັດ ໄດ້ກ່າວວ່າ: "ຢູ່ກິ່ງແຂວງນູ້ຈ່ຽງ, ຂ້າພະເຈົ້າໄດ້ເຫັນການພັດທະນາແບບທັນສະໄໝຂອງຈີນຢ່າງແທ້ຈິງ, ຂ້າພະເຈົ້າ ໄດ້ເຂົ້າໃຈວ່ານະໂຍບາຍຫຼຸດຜ່ອນຄວາມທຸກຍາກແລະເຕັກໂນໂລຊີທີ່ທັນສະໄໝຂອງຈີນສາມາດຊ່ວຍໃຫ້ຊາວກະສິກອນຫຼຸດພົ້ນອອກຈາກຄວາມທຸກຍາກແລະຮັ່ງມີເປັນແນວໃດ,ເຊິ່ງນີ້ເປັນປະສົບການທີ່ມີຄຸນຄ່າຢ່າງຫຼວງຫຼາຍ."

ທ່ານນາງ ມາລີຢາ ກຸສທາວາ ເອກອັກຄະລັດຖະທູດໂມຊຳບິກປະຈຳຈີນ ໄດ້ຍ້ອງຍໍສັນລະເສີນວ່າ:”ຂະບວນການພັດທະນາຂອງໝາກແໜ່ງກິ່ງແຂວງນູ້ຈ່ຽງ, ເປັນຕົວຢ່າງຂອງການພັດທະນາແບບກ້າວກະໂດດຂອງກິ່ງແຂວງນູ້ຈ່ຽງ.”

ໝູ່ບ້ານ, ການຂະຫຍາຍຄວາມໝາຍຂອງການຊ່ວຍເຫລືອແບບກໍານົດສະຖານທີ່

‘‘ກຸທ້ານເຫີ’’ ບ້ານທີ່ເປັນແບບຢ່າງຂອງການຟື້ນຟູຊົນນະບົດທີ່ຕັ້ງຢູ່ໃນແອວພູ. ກາເຟທີ່ສົ່ງກິ່ນຫອມຢູ່ທາງເຂົ້າບ້ານ, ແລະທ່ານສາມາດແນມເຫັນເຮືອນສີຂາວທີ່ເປັນລະບຽບ ແລະ ສະອາດ. ໃນຕະຫຼາດນັດພິເສດ, ມີບັນດາຜະລິດຕະພັນເອກະລັກຂອງທ້ອງຖິ່ນຄື: ແປ້ງຖົ່ວ, ຊາດຳ, ນ້ຳເຜິ້ງ, ເຫຼົ້າເຂົ້າໝາກ, ເຄື່ອງຫັດຖະກຳ.

ສຽງຄ້ອງດັງ, ມີຕົ້ນໝາກກອກສອງຕົ້ນສູງປະມານ 20 ແມັດຕັ້ງຢູ່ເທິງເດີ່ນຂອງພູມີດ, ມີມີດຍາວແຫຼມຕິດກັບເສົາ, ມີເງົາຂອງຮ່າງກາຍທີ່ແຂງແຮງສອງຮ່າງປີນຂຶ້ນແລະລົງ.

ແຂກຈາກອາຟຣິກາຈຳນວນໜຶ່ງບໍ່ສາມາດອົດກັ້ນໄດ້, ເຂົາເຈົ້າໄດ້ນຳໜ້າເພື່ອເຂົ້າຮ່ວມ, ໃສ່ໝວກທີ່ມີລັກສະນະຊົນເຜົ່າ, ຮ້ອງເພງແລະເຕັ້ນລຳຮ່ວມກັນ.

ທ່ານ ປາລີຕາ ໂຄໂຮນາ ເອກອັກຄະລັດຖະທູດສີລັງກາປະຈຳ ສ ປຈີນ ກໍບໍ່ລືມທີ່ຈະເຊີນຄົນອ້ອມຂ້າງດ້ວຍຮອຍຍິ້ມວ່າ: "ມາ, ມາ,ເຕັ້ນນຳກັນ! ລໍຖ້າຈັກໜ່ອຍ, ຂ້ອຍຢາກຕີຄ້ອງ!"

ຢູ່ທີ່ນີ້,ມີປ່າໄມ້ດົກໜາຢູ່ຕາມພູ, ສາຍນ້ຳທີ່ສ່ອງໃສ, ດອກໄມ້ຕ່າງໆໃນລະດູໃບໄມ້ປົ່ງ, ຜັກແລະໝາກໄມ້ທີ່ສຸກໃນລະດູໃບໄມ້ຫລົ່ນ, ຊາວບ້ານທີ່ດຳລົງຊີວິດຢູ່ນີ້ຍິ້ມແຍ້ມແຈ່ມໃສ, ແລະ ພາບວິວທິວທັດອັນສະຫງ່າງາມໄດ້ດຶງດູດນັກທ່ອງທ່ຽວຈາກທົ່ວໂລກ.

ໜຶ່ງຊຸມຊົນ, ຂະຫຍາຍ ນະໂຍບາຍຊ່ວຍເຫລືອລົບລ້າງຄວາມທຸກຍາກທີ່ຊ່ວຍໃຫ້ຄົນທຸກຍາກຍົກຍ້າຍໄປເຂດອື່ນໆ

ຊຸມຊົນສາມັກຄີ ເປັນຊຸມຊົນຈັດຕັ້ງຍົກຍ້າຍເພື່ອ ຊ່ວຍເຫລືອລົບລ້າງຄວາມທຸກຍາກທີ່ຈະໃຫ້ຄົນທຸກຍາກຍົກຍ້າຍ ໄປ ເຂດອື່ນໆ, ມີເນື້ອທີ່ໃຫຍ່ທີ່ສຸດ ແລະ ມີຈໍານວນຄົນຍົກຍ້າຍຫຼາຍທີ່ສຸດໃນເມືອງຫຼູຊຸຍ, ຍັງເປັນຊຸມຊົນຍົກຍ້າຍຈັດຕັ້ງທີ່ໃຫຍ່ທີ່ສຸດໃນກິ່ງແຂວງນູ້ຈ່ຽງ, ມີທັງໝົດ 2.535 ຄົວເຮືອນ ແລະ 10.451 ຄົນ.

ໃນມື້ນີ້, ຊຸມຊົນນີ້ທີ່ດິນແມ່ນຮາບພຽງ, ຖະຫນົນຫົນທາງ ກ້ວາງຂວາງ ແລະ ອາຄານອາພາດເມັນກໍໄດ້ສ້າງເພີ່ມຂຶ້ນ. ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ສະຖານີບໍລິການສາທາລະນະສຸກ, ຕະຫຼາດຊາວກະສິກອນ, ຊູບເປິມາເກັດຂະໜາດໃຫຍ່, ສູນບໍລິການເບິ່ງແຍງຜູ້ສູງອາຍຸ, ສະຖານີບໍລິການວຽກເຮັດງານທຳ, ຫ້ອງການຕຳຫຼວດ ແລະ ອື່ນໆ ໄດ້ແຈກຢາຍຢູ່ອ້ອມແອ້ມເພື່ອອຳນວຍຄວາມສະດວກສູງສຸດໃຫ້ແກ່ມວນຊົນ.

ທ່ານ ຫູຊາມຸນ ໂຫວຊາຍນີ ເອກອັກຄະລັດຖະທູດຈໍແດນ ປະຈຳ ສປ ຈີນ ກ່າວວ່າ: ນີ້ເປັນຄັ້ງທີສອງຂອງຂ້າພະເຈົ້າທີ່ໄດ້ເຂົ້າຮ່ວມເວທີປາໄສນູ້ຈ່ຽງ, ຂ້າພະເຈົ້າເຫັນວ່າຮອຍຍິ້ມທີ່ໜ້າຊື່ນຊົມຂອງປະຊາຊົນມີຄວາມສົດໃສຍິ່ງຂຶ້ນ. ຂ້າພະເຈົ້າຫວັງວ່າຈະໄດ້ເຂົ້າຮ່ວມເວທີ ທາງການຫຼາຍກວ່າເກົ່າ,ຂ້າພະເຈົ້າຢາກເຂົ້າໃຈນະໂຍບາຍ,ວິທີການແລະແນວຄວາມຄິດຂອງການພັດທະນາທັນສະໄຫມແລະການຄຸ້ມຄອງຫຼຸດຜ່ອນທຸກຍາກຂອງຈີນ.”

ຂ່າວ:ໜັງສືພິມລາຍວັນຢຸນນານ

ໃນກິ່ງແຂວງນູ້ຈ່ຽງ, ເຂົາເຈົ້າໄດ້ຍ່າງເຂົ້າໄປ "ແບບແຜນຊີວິດຢູ່ຢຸນນານ"