ແຂວງຢຸນນານຈະພະຍາຍາມພັດທະນາຕາມເສັ້ນທາງລົດໄຟລາວ-ຈີນຢ່າງສຸດແຮງ

2023-03-22 19:59:15
ມາຈາກ:

ເສັ້ນທາງລົດໄຟລາວ-ຈີນແມ່ນບາດກ້າວສຳຄັນຂອງແຂວງຢຸນນານໃນດ້ານກໍ່ສ້າງສູນກະຈາຍຢຸນນານທີ່ອ່ວາຍໜ້າສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ຊຸກຍູ້ການເປີດປະຕູສູ່ພາຍນອກ ລະດັບສູງ. ຕະຫຼອດເວລາທີ່ຜ່ານມາ, ແຂວງຢຸນນານໄດ້ອອກແຮງຮັກສາ ແລະ ດຳເນີນວຽກງານ ທາງລົດໄຟລາວ-ຈີນ, ພັດທະນາແລະກໍ່ສ້າງ ຕາມເສັ້ນທາງລົດໄຟລາວ-ຈີນ. ແຂວງຢຸນນານຈະພະຍາຍາມປະຕິບັດການພັດທະນາຕາມເສັ້ນທາງລົດໄຟລາວ-ຈີນຢ່າງເຕັມແຮງ.

ແຂວງຢຸນນານຕ້ອງການເລັ່ງລັດການປູກຝັງ ແລະ ພັດທະນາຂະແໜງການ, ເພີ່ມທະວີການສົ່ງເສີມການລົງທຶນພາຍໃນແລະຕ່າງປະເທດ, ວາງແຜນກໍ່ສ້າງເຂດສາທິດ ທີ່ຮັບເອົາຂະແໜງການຍົກຍ້າຍຕາມເສັ້ນທາງລົດໄຟລາວ-ຈີນ, ສົມທົບກັບການພັດທະນາເສດຖະກິດຊັບພະຍາກອນ, ເສດຖະກິດດ່ານ, ເສດຖະກິດເຂດສວນອຸດສາຫະກຳ. ປະຕິບັດວຽກງານ ການນຳເຂົ້າແລະການປຸງແຕ່ງຢູ່ບ່ອນຜະລິດຕະພັນຕົ້ນຕໍໃຫ້ດີ, ເລັ່ງພັດທະນາການທ່ອງທ່ຽວຂ້າມຊາຍແດນ,ຊຸກຍູ້ການເຊື່ອມໂຍງ ແລະ ພັດທະນາຕ່ອງໂສ້ການສະໜອງຕ່ອງໂສ້ຂະແໜງການກັບອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້.

ແຂວງຢຸນນານຕ້ອງສ້າງລະບົບຂົນສົ່ງສິນຄ້າລະດັບສູງ, ຊຸກຍູ້ຄວາມສະດວກດ້ານການຜ່ານພາສີຂອງສິນຄ້າແລະຄົນ, ສ້າງສູນປະກອບແຫຼ່ງສິນຄ້າ ແລະ ສູນລະດົມເຕົ້າໂຮມເສັ້ນທາງລົດໄຟລາວ-ຈີນ,ຊຸກຍູ້ການກໍ່ສ້າງສາຍພິເສດຕໍ່ເຂດສວນອຸດສາຫະກຳ, ປະກອບເປັນຊຸດເສັ້ນທາງເຄືອຂ່າຍແລະຂອດໃຈກາງກ່ຽວພັນໂລຈິສຕິກ,ພັດທະນາການຂົນສົ່ງແບບຕໍ່ເນື່ອງຫຼາຍຮູບຫຼາຍແບບ, ແລະຈັດວາງການກໍ່ສ້າງສາງຢູ່ຕ່າງປະເທດ, ປັບປຸງປະສິດທິພາບການຂົນສົ່ງ, ຄວາມສາມາດໃນການຂົນສົ່ງ ແລະ ຄວາມສາມາດປະກອບແຫຼ່ງສິນຄ້າ.

ແຂວງຢຸນນານຕ້ອງການການແລກປ່ຽນແລະການຮ່ວມມືກັບຕ່າງປະເທດຢ່າງເລິກເຊິ່ງ, ສອດຄ່ອງກັບລະບຽບການເສດຖະກິດການຄ້າສາກົນ, ສະໜັບສະໜູນວິສາຫະກິດກ້າວໄປສູ່ທົ່ວໂລກ, ຊຸກຍູ້ຈິດໃຈປະຊາຊົນເຊື່ອມຕໍ່ກັນ, ສ້າງຫຼາຍໂຄງການຊີວິດການເປັນຢູ່ "ຂະໜາດນ້ອຍແລະສວຍງາມ" ຕາມເສັ້ນທາງລົດໄຟລາວ-ຈີນ. ເລົ່າເລື່ອງທາງລົດໄຟລາວ-ຈີນໃຫ້ດີ, ແລະສ້າງຮູບແບບການພັດທະນາຮ່ວມກັນ.

ຂ່າວ:ໜັງສືພິມລາຍວັນຢຸນນານ

ນັກຂ່າວ:ໂຈຊາວ

ແຂວງຢຸນນານຈະພະຍາຍາມພັດທະນາຕາມເສັ້ນທາງລົດໄຟລາວ-ຈີນຢ່າງສຸດແຮງ