ວິສາຫະກິດແຂວງຢຸນນານຈັດຕັ້ງຄະນະເຂົ້າຮ່ວມງານວາງສະແດງສິນຄ້າການຄ້າອີເລັກໂຕລນິກຂ້າມແດນຈີນປີ 2023

2023-03-22 20:02:02
ມາຈາກ:

ແຕ່ວັນທີ 18 ຫາ 20 ມີນາ, ງານວາງສະແດງສິນຄ້າການຄ້າອີເລັກໂຕລນິກຂ້າມແດນຈີນປີ 2023ໄດ້ຈັດຂຶ້ນໃນເມືອງຟູໂຈ່ວແຂວງຝູຈ້ຽນ.ມີ20ວິສາຫະກິດແລະອຸດສາຫະກຳທີ່ກ່ຽວຂ້ອງຂອງແຂວງຢຸນນານຈັດຕັ້ງຄະນະເຂົ້າຮ່ວມງານວາງສະແດງ, ແລະສ້າງຫໍວາງສະແດງ"ສີສັນຢຸນນານ"ທີ່ໄດ້ດຶງດູດຄວາມສົນໃຈ.

ວິສາຫະກິດຂອງແຂວງຢຸນນານຈັດຕັ້ງຄະນະເຂົ້າຮ່ວມງານວາງສະແດງຜົນງານໃນ3ດ້ານ, ໜຶ່ງແມ່ນບັນລຸເຈດຈຳນົງການຮ່ວມມືທາງທຸລະກິດ ເຊັ່ນ ການພັດທະນາຕະຫຼາດຢູ່ຕ່າງປະເທດ, ການຖ່າຍທອດສົດເພື່ອໂຄສະນາຈຳໜ່າຍສິນຄ້າໂດຍກົງທາງແອັບ TikTok ໃນອາຊີຕາເວັນອອກສ່ຽງໃຕ້, ການປະຍຸກການແປພາສາເປັນພາສານ້ອຍໃນອາຊີຕາເວັນອອກສ່ຽງໃຕ້,ການຮ່ວມມືດ້ານສື່ມວນຊົນແລະອື່ນໆ.ອັນທີສອງ, ບັນດາຜະລິດຕະພັນລັກສະນະພິເສດທີ່ໄດ້ວາງສະແດງແລະ ວາງຂາຍໄດ້ຮັບຄວາມນິຍົມຈາກຜູ້ຄ້າຂາຍ, ດອກໄມ້ສົດ, ກາເຟ,ເຄື່ອງປະດັບເງິນ ແລະ ຜະລິດຕະພັນອື່ນໆຖືກຂາຍຢູ່ງານວາງສະແດງນີ້. ອັນທີສາມ, ຜະລິດຕະພັນຫຸ່ນຍົນ AI ທີ່ວາງສະແດງໄດ້ດຶງດູດນັກທ່ອງທ່ຽວເຂົ້າມາສຳຜັດ, ແລະບັນລຸເຈດຈຳນົງການຊື້ຜະລິດຕະພັນ ເຊັ່ນ ຜະລິດຕະພັນຫຸ່ນຍົນການສຶກສາ AI ແລະ ຜະລິດຕະພັນຫຸ່ນຍົນດູແລສຸຂະພາບອັດສະລິຍະ.

ງານວາງສະແດງສິນຄ້າການຄ້າອິເລັກໂຕລນິກຂ້າມແດນຈີນ ໄດ້ສ້າງຕັ້ງຂຶ້ນຢູ່ເມືອງຟູໂຈ່ວໃນປີ 2021. ງານວາງສະແດງຈະດຳເນີນເປັນເວລາ 3 ວັນ, ເນື້ອທີ່ວາງສະແດງມີ 70.000 ຕາແມັດ, ໄດ້ດຶງດູດ 20 ກວ່າແຂວງ,ເຂດແລະຕົວເມືອງຂອງຈີນ, ເວທີ (ແພລັດຟອມ) ການຄ້າອີເລັກໂຕລນິກຂ້າມແດນຢູ່ພາຍໃນ ແລະ ຕ່າງປະເທດ 50 ກວ່າແຫ່ງ, ແລະ ວິສາຫະກິດການຄ້າອິເລັກໂຕລນິກຊັ້ນນຳຫຼາຍແຫ່ງເຂົ້າຮ່ວມງານວາງສະແດງ.

ຂ່າວ:ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ:ຫານເຊີນຢວນ ໂກເຢົາ

ວິສາຫະກິດແຂວງຢຸນນານຈັດຕັ້ງຄະນະເຂົ້າຮ່ວມງານວາງສະແດງສິນຄ້າການຄ້າອີເລັກໂຕລນິກຂ້າມແດນຈີນປີ 2023