ປະລິມານການສົ່ງອອກຜັກຂອງແຂວງຢຸນນານໃນເດືອນມັງກອນຫາເດືອນກຸມພາປີນີ້ ເພີ່ມຂຶ້ນ 25,78% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2023-03-22 20:03:56
ມາຈາກ:

ແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ປະລິມານການສົ່ງອອກຜັກທີ່ຜະລິດຢູ່ແຂວງຢຸນນານຈີນບັນລຸ 116.300 ໂຕນ, ເພີ່ມຂຶ້ນ 25,78%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຫວ່າງມໍ່ໆມານີ້, ຫົວກາລົດ 24 ໂຕນ ທີ່ຜະລິດຢູ່ນະຄອນຢູ້ສີ່ໄດ້ຜ່ານການກວດກາຂອງດ່ານພາສີຢູ້ສີ່ທີ່ຂຶ້ນກັບດ່ານພາສີຄຸນໝິງແລະຖືກສົ່ງອອກໄປປະເທດອາຣັບເອມີເຣດທາງທະເລ.ທ່ານນາງ ຊຸນລີ້ ຜູ້ຮັບຜິດຊອບຂອງບໍລິສັດນໍາເຂົ້າແລະສົ່ງອອກຢິຊຸນຕິງຢຸນນານຈຳກັດເວົ້າວ່າຢ່າງມີຄວາມສຸກ:"ໄດ້ຮັບຜົນປະໂຫຍດຈາກບູລິມະສິດຂອງຮູບແບບການກວດກາຄຸ້ມຄອງພາສີ,ການສົ່ງອອກຫົວກາລົດຂອງພວກເຮົາໄດ້ຮັບຄວາມສະດວກຫຼາຍ, ຕົ້ນທຶນດ້ານເວລາ ແລະ ດ້ານເສດຖະກິດໄດ້ຫຼຸດລົງຢ່າງຫຼວງຫຼາຍ."

ເພື່ອຊຸກຍູ້ການສົ່ງອອກຜະລິດຕະພັນກະເສດທີ່ມີລັກສະນະພູພຽງ,ດ່ານພາສີຄຸນໝິງເພີ່ມທະວີການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງທຸກດ້ານ ເຊັ່ນ ການປູກແລະກວດຮັບວັດຖຸດິບ, ການຜະລິດແລະປຸງແຕ່ງຜະລິດຕະພັນ, ການກວດກາເມື່ອອອກຈາກໂຮງງານ, ການກວດກາເພື່ອສົ່ງອອກແລະອື່ນໆ, ບູລະນະຂະບວນການກວດກາການສົ່ງອອກຜັກຂອງວິສາຫະກິດທີ່ມີຄວາມໜ້າເຊື່ອຖື.

ເພີ່ມປະສິດທິພາບດ້ານເວລາຂອງຜັກສົດທີ່ສົ່ງອອກຜ່ານດ່ານ, ທ່ານນາງ ຊຸນລີ້ ເວົ້າວ່າ, “ຜ່ານການຊ່ວຍເຫຼືອ ແລະ ຊີ້ນຳຂອງດ່ານພາສີ, ພວກເຮົາໄດ້ຮຽນຮູ້ມາດຕະຖານຄວາມປອດໄພດ້ານສະບຽງອາຫານຂອງບັນດາປະເທດສົ່ງອອກ, ປັບປຸງເຕັກໂນໂລຊີການປູກຜັກ, ການນຳໃຊ້ຢາປາບສັດຕູພືດ, ຝຸ່ນເຄມີໃຫ້ຢູ່ໃນມາດຕະຖານສົມເຫດສົມຜົນ. ຄຸນນະພາບຂອງການສົ່ງອອກຜັກສົດແມ່ນໄດ້ຮັບການຮັບປະກັນ, ແລະພວກເຮົາມີຄວາມໝັ້ນໃຈໃນການສົ່ງອອກຕື່ມອີກ.”

ຂ່າວ:ໜັງສືພິມລາຍວັນແຂວງຢຸນນານ

ນັກຂ່າວ:ລົວຈີຢຸ

ປະລິມານການສົ່ງອອກຜັກຂອງແຂວງຢຸນນານໃນເດືອນມັງກອນຫາເດືອນກຸມພາປີນີ້ ເພີ່ມຂຶ້ນ 25,78% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ