ໝູ 25.000 ໂຕອາໄສຢູ່ໃນອາຄານລ້ຽງໝູທີ່ມີ 26 ຊັ້ນ
ໝູໂຕຜູ້ ມີ 400 ໂຕ ແລະ ໝູໂຕແມ່ 24.000 ໂຕ ໝູໂຕແມ່ ອາໄສຢູ່ໃນອາຄານລ້ຽງໝູ 26 ຊັ້ນ ຢູ່ ແຂວງຫູເປີຍ ປະເທດຈີນ, ມີຂັ້ນໄດໄຟຟ້າ, ປ່ອງຢ້ຽມສູງແຕ່ພື້ນຮອດເພດານ, ເຄື່ອງແອເຢັນຕິດຕັ້ງພິເສດ, ຫ້ອງອອກກຳລັງກາຍ, ສາມາດດື່ມນ້ຳຮ້ອນ ແລະ ອາບນ້ຳຮ້ອນໄດ້. ນອກນັ້ນຢູ່ທີ່ນີ້ຍັງມີນັກປະສົມພັນສັດ, ຜູ້ຊ່ຽວຊານຊ່ວຍສັດເກີດລູກ, ສັດຕະວະແພດ, ແລະນັກໂພຊະນາການ.
ໃນທ້າຍເດືອນກັນຍາປີກາຍນີ້, ອາຄານລ້ຽງໝູໄດ້ເລີ່ມມີການຜະລິດແລະນຳໃຊ້ຢ່າງເປັນທາງການ, ໝູທີ່ອາໄສຢູ່ໃນອາຄານລ້ຽງໝູ ນອກຈາກມີໝູດູໂລ (Duroc) ຈາກສະຫະລັດອາເມລິກາແລ້ວ, ຍັງມີຫຼາຍສາຍພັນ ຈາກປະເທດຝຣັ່ງ, ເດນມາກ ແລະ ການາດາ.
ຫມູທຸກໂຕຈະມີບັດປະຈໍາຕົວຂອງຕົນເອງຕັ້ງແຕ່ເວລາທີ່ມັນກ້າວເຂົ້າໄປໃນອາຄານ. ບັດປະຈໍາຕົວເຫຼົ່ານີ້ສາມາດກໍານົດຂໍ້ມູນຕ່າງໆຂອງຫມູທັງຫມົດ, ເຊັ່ນ: ຂໍ້ມູນຕົ້ນກໍາເນີດ, ບັນທຶກການຖືພາ, ບັນທຶກການເກີດລູກ ແລະອື່ນໆ. ໝູໂຕຜູ້ສາມາດຢູ່ຫ້ອງດຽວ, ແລະ ໝູໂຕແມ່ໂດຍທົ່ວໄປແລ້ວອາໄສຢູ່ໃນຫ້ອງຂະຫນາດໃຫຍ່, ອີງຕາມກົດເກນການເກີດລູກຂອງໝູໂຕແມ່, ໄດ້ສ້າງເຂດຂຶ້ນມາຫຼາຍແຫ່ງເຊັ່ນ:ເຂດຖືພາ, ເຂດເກີດລູກ, ເຂດດູແລລູກ, ແລະເຂດລ້ຽງລູກ. ສໍາລັບຫມູທີ່ເສຍຊີວິດຍ້ອນເຫດຜົນຕ່າງໆ, ໃນອາຄານກໍຈະດໍາເນີນການຈັດການທີ່ບໍ່ເປັນອັນຕະລາຍ ແລະ ເຮັດເປັນຝຸ່ນອິນຊີ.
ອາຄານນີ້ໄດ້ນຳໃຊ້ລະບົບລ້ຽງອັດສະລິຍະອັດຕະໂນມັດຢ່າງເຕັມສ່ວນ. ອຸນຫະພູມຂອງອາຄານຍັງຖືກຄວບຄຸມຢ່າງເຂັ້ມງວດໂດຍພະນັກງານ. ເສັ້ນທາງອຸມົງການເຂົ້າ-ອອກຂອງລົມທັງໝົດຢູ່ທີ່ນີ້ແມ່ນນຳໃຊ້ການປ່ອຍອົກຊີໄຫລວຽນລະດັບສູງ, ເຊິ່ງສາມາດດັບກິ່ນໄດ້ໄວ. ຂີ້ໝູຍັງຖືກຊັ່ງນ້ຳໜັກ ແລະ ເກັບໄວ້, ຫຼັງຈາກໝັກແລ້ວ, ອາຍແກັສມີເທນ (methane) ທີ່ຜະລິດໄດ້ແມ່ນນຳໃຊ້ເພື່ອຜະລິດກະແສໄຟຟ້າ, ແລະ ທາດແຫຼວຂອງແກັສມີເທນ ທີ່ຜະລິດໄດ້ນັ້ນຈະຖືກປ່ຽນເປັນຝຸ່ນ. ນອກນີ້ຍັງມີການຕິດຕັ້ງກ້ອງວົງຈອນປິດ 24 ຊົ່ວໂມງໃນອາຄານ.
ເຖິງວ່າອາຄານລ້ຽງໝູມີຂະໜາດໃຫຍ່ ແລະ ຊັບຊ້ອນໃນການດໍາເນີນງານ, ແຕ່ມີພະນັກງານບໍ່ຫຼາຍ, ຕ້ອງການພຽງ 10 ຄົນເພື່ອລ້ຽງໝູ 12.000 ໂຕ. ທິດທາງດ້ານວິຊາຊີບຂອງພະນັກງານຕົ້ນຕໍແມ່ນແບ່ງອອກເປັນ 2 ໝວດຄື: ໜຶ່ງແມ່ນການລ້ຽງສັດ, ສັດຕະວະແພດ ແລະ ວິທະຍາສາດສັດ, ແລະ ອີກດ້ານໜຶ່ງແມ່ນວິຊາກົນຈັກ ແລະ ການອອກແບບອັດຕະໂນມັດ. ຜູ້ທີ່ເຂົ້າໄປໃນສວນຕ້ອງຜ່ານການອົບແຫ້ງແລະຂ້າເຊື້ອດ້ວຍອຸນຫະພູມສູງທີ່ 70 ອົງສາ, ໂດຍປົກກະຕິຈະແກ່ຍາວເຖິງ 10 ນາທີ. ຖ້າພະນັກງານຕ້ອງການເຂົ້າໄປໃນອາຄານລ້ຽງໝູ, ຕ້ອງໄດ້ອາບນ້ຳຢາຂ້າເຊື້ອພະຍາດ 3 ຄັ້ງ, ຕາກໃຫ້ແຫ້ງ 3 ຄັ້ງ, ປ່ຽນເຄື່ອງນຸ່ງ 3 ຊຸດ ແລະ ເກີບແຕະ 4 ຄູ່.
ປະຈຸບັນ, ອາຄານລ້ຽງໝູແຫ່ງທີ 2 ໃນຮູບແບບດຽວກັນໄດ້ສ້າງສຳເລັດຢູ່ສວນອຸດສາຫະກຳ.ອາຄານຜະລິດທັງສອງແຫ່ງນີ້ເນື້ອທີ່ກໍ່ສ້າງມີ 800.000 ຕາແມັດ, ຍອດເງິນລົງທຶນ 4 ຕື້ຢວນ, ຍອດປະລິມານການຜະລິດຕໍ່ປີຄາດວ່າຈະບັນລຸ 1,2 ລ້ານໂຕ.
"ຖ້າການລ້ຽງສັດແບບໂຮງງານນີ້ປະສົບຜົນສຳເລັດໃນທີ່ສຸດ, ອາຄານລ້ຽງງົວແລະແກະຈະເພີ່ມຂຶ້ນໃນອະນາຄົດ, ລາຄາຜະລິດຕະພັນຊີ້ນກໍ່ຈະຫຼຸດລົງຫຼາຍ." ໂຮງງານປຸງແຕ່ງຊີ້ນທີ່ລົງທຶນ 6 ຕື້ຢວນຍັງຈະກໍ່ສ້າງຢູ່ບໍ່ໄກຈາກອາຄານລ້ຽງໝູ.
ຂ່າວ:ວາລະສານຊີນໂຈວຄານ