ອາຫານກະປ໋ອງນ້ອຍຂອງຈີນກ້າວເຂົ້າສູ່ໂລກ

2023-03-23 17:08:01
ມາຈາກ:

ຈີນເປັນປະເທດຜະລິດແລະສົ່ງອອກອາຫານກະປ໋ອງຕົ້ນຕໍຂອງໂລກ, ຜະລິດຕະພັນກວມເອົາປະມານ 1/4 ຂອງໂລກ, ແລະຜະລິດຕະພັນໄດ້ສົ່ງອອກໄປເກືອບ 200 ປະເທດແລະເຂດແຄວ້ນໃນທົ່ວໂລກ.

ເຖິງແມ່ນວ່າອາຫານກະປ໋ອງເປັນອຸດສາຫະກໍາປຸງແຕ່ງອາຫານດັ້ງເດີມ, ແຕ່ມັນແມ່ນອຸດສາຫະກໍາທໍາອິດໃນປະເທດຈີນທີ່ເຊື່ອມຕໍ່ກັບສາກົນ.ບໍລິສັດການຄ້າເຊີນຈີເມືອງຈ່າງໂຈວແຂວງຝູ້ຈ້ຽນຈຳກັດໄດ້ເລີ່ມເຮັດການຄ້າສາກົນກ່ຽວກັບອາຫານກະປ໋ອງໃນປີ 2003, ແລະໃນປັດຈຸບັນຜະລິດຕະພັນໄດ້ຖືກຂາຍໄປ 145 ປະເທດແລະພາກພື້ນ, ບໍລິສັດນີ້ຕົ້ນຕໍການຂາຍອາຫານກະປ໋ອງເຊັ່ນເຫັດກະປ໋ອງ, ສາລີກະປ໋ອງ, ໝາກລີ້ນຈີ່ກະປ໋ອງແລະ ປາຊາດີນກະປ໋ອງ.

ບໍລິສັດອາຫານຢີກວ້ນເມືອງທາຍໂຈວແຂວງເຈີ້ຈ່ຽງ ຈຳກັດ ເປັນບໍລິສັດໝາກໄມ້ກະປ໋ອງ, ຜະລິດຕະພັນອາຫານກະປ໋ອງອັນຕົ້ນຕໍຂອງບໍລິສັດ ມີ ຫມາກກ້ຽງກະປ໋ອງ,ຫມາກຄາຍເຫຼຶອງກະປ໋ອງ,ໝາກໂລກວາດກະປ໋ອງ (loquat), ແລະຫຼາຍກ່ວາ 90% ຂອງຜະລິດຕະພັນໄດ້ຖືກສົ່ງອອກໄປຕ່າງປະເທດ,ໃນນັ້ນບັນດາປະເທດພັດທະນາ ແລະພາກພື້ນ ເຊັ່ນປະເທດຍີ່ປຸ່ນ, ອາເມລິກາ, ເອີຣົບຕາເວັນຕົກແມ່ນຕະຫຼາດຕົ້ນຕໍ. ທ່ານ ຫວາງຮົງເກີ ຜູ້ອຳນວຍການໃຫຍ່ຂອງບໍລິສັດກ່າວວ່າ, "ນັບຕັ້ງແຕ່ການລະບາດ, ການສົ່ງອອກປະເພດຕ່າງໆ ແລະ ໃນພາກພື້ນໄດ້ມີການເພີ່ມຂຶ້ນແລະຫຼຸດລົງ, ແຕ່ສະຖານະການໂດຍລວມຍັງຄົງມີສະຖຽນລະພາບ, ດ້ວຍປະລິມານການສົ່ງອອກປະຈໍາປີ 90 ລ້ານໂດລາສະຫະລັດ", ຫມາກກ້ຽງກະປ໋ອງ ແມ່ນສິນຄ້າທີ່ສຳຄັນໃນບັນຊີລາຍຊື່ສົ່ງອອກອາຫານກະປ໋ອງຂອງຈີນ. ຕາມທ່ານ ຫວາງຮົງເກີ ແນະນຳວ່າ,ປະລິມານການສົ່ງອອກໝາກກ້ຽງກະປ໋ອງ ໃນທົ່ວໂລກມີປະມານ 350.000-400.000 ໂຕນ, ໃນຂະນະທີ່ປະລິມານການສົ່ງອອກຂອງຈີນຮັກສາຢູ່ໃນລະດັບ 250.000 ກວ່າໂຕນຕະຫຼອດປີ.

ທ່ານ ລົວຢິວຊ່ຽນ ປະທານສະມາຄົມອຸດສາຫະກຳປຸງແຕ່ງອາຫານກະປ໋ອງຈີນໃຫ້ແນະນຳວ່າ: ໜໍ່ໄມ້ຝະລັ່ງກະປ໋ອງຂອງຈີນ ມີການສົ່ງອອກກວມ 70% ຂອງຍອດປະລິມານການສົ່ງອອກທັງໝົດຂອງໂລກ; ຍອດຜະລິດຕະພັນກະປ໋ອງໝາກເລັ່ນໄດ້ຈັດຢູ່ໃນອັນດັບໜຶ່ງໃນໂລກ... ໃນປີ 2022,ຍອດປະລິມານການສົ່ງອອກອາຫານກະປ໋ອງຂອງຈີນຈະບັນລຸ 3,125 ລ້ານໂຕນ, ຍອດມູນຄ່າການສົ່ງອອກ 6,89 ຕື້ໂດລາສະຫະລັດ, ທັງສອງໄດ້ບັນລຸລະດັບສູງສຸດໃຫມ່ໃນ 6 ປີທີ່ຜ່ານມາ. ທ່ານ ລົວຢິວຊ່ຽນ ເວົ້າວ່າ: "ຈີນມີແຫຼ່ງຊັບພະຍາກອນທີ່ອຸດົມສົມບູນ, ຜະລິດຕະພັນອາຫານກະປ໋ອງນັບມື້ນັບເພີ່ມຂຶ້ນ,ແລະ ອາຫານກະປ໋ອງຄຸນນະພາບດີແລະ ມີຊື່ສຽງ, ລາຄາຍັງມີທ່າແຮງດ້ານການປຽບທຽບ, ສິ່ງເຫຼົ່ານີ້ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກ."

ຂ່າວ:ໜັງສືພິມລາຍວັນປະຊາຊົນຂອງຈີນ
ນັກຂ່າວ:ຫຼີເຈ

ອາຫານກະປ໋ອງນ້ອຍຂອງຈີນກ້າວເຂົ້າສູ່ໂລກ