ຈັດກອງປະຊຸມຄັ້ງທີ 2 ຂອງເວທີເປິກສາຫາລືສາກົນ“ປະຊາທິປະໄຕຄືຄ່ານິຍົມຮ່ວມຂອງມວນມະນຸດ”

2023-03-23 17:10:56
ມາຈາກ:CRI

ກອງປະຊຸມຄັ້ງທີ 2 ຂອງເວທີເປິກສາຫາລືສາກົນ“ປະຊາທິປະໄຕຄືຄ່ານິຍົມຮ່ວມຂອງມວນມະນຸດ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນລະຫວ່າງວັນທີ 22-23ມີນານີ້, ແຂກຜູ້ມີກຽດຈຳນວນ 300 ກວ່າທ່ານທີ່ມາຈາກ 100 ກວ່າປະເທດ ແລະເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມຜ່ານທາງອອນລາຍ ແລະອອຟລາຍ.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເຫັນວ່າ: ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ, ແມ່ນຄວາມສະແຫວງຫາທົ່ວໄປຂອງບັນດາປະເທດໃນການບັນລຸຄວາມທັນສະໄໝ ແລະຄ່ານິຍົມພື້ນຖານໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ປະຊາທິປະໄຕແມ່ນມີຄວາມຫຼາກຫຼາຍ, ບໍ່ມີຮູບແບບພຽງໜຶ່ງດຽວທີ່ສາມາດນໍາໃຊ້ໃນທົ່ວໂລກໄດ້, ປະເທດໃດໆກໍລ້ວນແຕ່ບໍ່ສາມາດບັງຄັບໃຫ້ປະເທດອື່ນຮັບເອົາອັນທີ່ເອີ້ນວ່າປະຊາທິໄຕຂອງຕົນໄດ້. ບັນດາປະເທດຄວນເຄົາລົບນັບຖືຄວາມຫຼາກຫຼາຍຂອງອະລິຍະທຳໂລກ, ມີຄວາມກວມລວມ ແລະການຮ່ວມມື, ສ້າງແນວຄວາມຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ,ເກາະແຂນກັນຮັບມືກັບສິ່ງທ້າທາຍທີ່ເປັນລັກສະນະທົ່ວໂລກ.

ຈັດກອງປະຊຸມຄັ້ງທີ 2 ຂອງເວທີເປິກສາຫາລືສາກົນ“ປະຊາທິປະໄຕຄືຄ່ານິຍົມຮ່ວມຂອງມວນມະນຸດ”