ຈີນສ້າງສາຍພົວພັນທາງການທູດກັບຮົງດູຣັສໄດ້ພິສູດອີກເທື່ອໜຶ່ງວ່າ: ການຍຶດໝັ້ນຫຼັກການປະເທດຈີນດຽວແມ່ນສິນທຳສາກົນ

2023-03-27 17:21:18
ມາຈາກ:CRI

ພາຍຫຼັງຮົງດູຣັສປະກາດ “ຕັດສາຍພົວພັນທາງການທູດ” ກັບໄຕ້ຫວັນແລ້ວ, ວັນທີ 26 ມີນານີ້, ສປ ຈີນໄດ້ປະກາດສ້າງສາຍພົວພັນທາງການທູດກັບຮົງດູຣັສ. ມາຮອດປັດຈຸບັນ, ທົ່ວໂລກມີ 182 ປະເທດໄດ້ສ້າງສາຍພົວພັນທາງການທູດກັບຈີນແລ້ວ, ສ່ວນອັນທີ່ເອີ້ນວ່າເປັນ “ປະເທດສ້າງສາຍພົວພັນທາງການທູດ” ກັບໄຕ້ຫວັນ ແມ່ນເຫຼືອພຽງແຕ່ 13 ປະເທດເທົ່ານັ້ນ. ຄວາມແຕກຕ່າງກັນຢ່າງຈະແຈ້ງແບບນີ້ສະແດງໃຫ້ເຫັນວ່າ: ຫຼັກການປະເທດຈີນດຽວແມ່ນຫຼັກການພື້ນຖານໃນການພົວພັນສາກົນ ທີ່ປະຊາຄົມໂລກຮັບຮູ້ ແລະ ເຫັນດີໂດຍທົ່ວໄປ. ທາງເລືອກຂອງຮົງດູຣັສແມ່ນສອດຄ່ອງກັບກະແສຂອງຍຸກສະໄໝ ແລະ ຖືກໃຈປະຊາຊົນ, ໄດ້ຢືນຢູ່ຝ່າຍທີ່ຖືກຕ້ອງທາງປະຫວັດສາດ ແລະ ຝ່າຍປະເທດສ່ວນຫຼາຍທີ່ສຸດຢູ່ໃນໂລກ.

ອີງຕາມຂ່າວຫຼ້າສຸດ, ຈີນຍິນດີຕ້ອນຮັບຮົງດູຣັສສະໜັບສະໜູນ ແລະ ເຂົ້າຮ່ວມການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ, ຊຸກຍູ້ການແລກປ່ຽນ, ຖອດຖອນບົດຮຽນ ແລະ ການຮ່ວມມືຕົວຈິງພາຍໃຕ້ຂອບທີ່ກ່ຽວຂ້ອງ. ຮົງດູຣັສໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຕາມຫຼັກການປະເທດຈີນດຽວ, ຍິນດີຮັດແໜ້ນສາຍພົວພັນກັບຈີນຕື່ມອີກຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດຢ່າງສຸດຂີດ.

ໄຕ້ຫວັນເປັນດິນແດນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງຈີນ. ການຍຶດໝັ້ນຫຼັກການປະເທດຈີນດຽວເປັນສິນທຳສາກົນ, ອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ແມ່ນຝືນກັບກະແສຂອງຍຸກສະໄໝ, ຍ່ອມຈະປະລາໄຊໃນທີ່ສຸດ. ບຸກຄົນໃດໆລ້ວນແຕ່ຢ່າເບິ່ງຂ້າມຄວາມຕັດສິນໃຈອັນເຂັ້ມແຂງ, ມານະຈິດອັນເຂັ້ມແຂງ ແລະ ຄວາມສາມາດອັນເຂັ້ມແຂງຂອງປະຊາຊົນຈີນ ໃນການປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ. ຄວາມຈິງຈະພິສູດໃຫ້ເຫັນວ່າ: ປະເທດນັບມື້ນັບຫຼາຍຈະຢືນຢູ່ຝ່າຍທີ່ຖືກຕ້ອງທາງປະຫວັດສາດ.

ຈີນສ້າງສາຍພົວພັນທາງການທູດກັບຮົງດູຣັສໄດ້ພິສູດອີກເທື່ອໜຶ່ງວ່າ: ການຍຶດໝັ້ນຫຼັກການປະເທດຈີນດຽວແມ່ນສິນທຳສາກົນ