ຈີນຫວັງວ່າຈະຊຸກຍູ້ການຮ່ວມມືກັບບັນດາປະເທດຢູ່ອາຊີກາງຕື່ມອີກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ

2023-05-19 10:28:46
ມາຈາກ:CRI

ລະຫວ່າງວັນທີ 18-19 ພຶດສະພາ 2023 ນີ້, ກອງປະຊຸມສຸດຍອດຈີນ-ອາຊີກາງຈະຈັດຂຶ້ນຢູ່ນະຄອນຊີ່ອ່ານແຂວງສ້ານຊີ່ຈີນ.

ໃນກອງປະຊຸມຖະແຫຼງຂ່າວຄັ້ງທຳອິດກ່ຽວກັບກອງປະຊຸມສຸດຍອດຈີນ-ອາຊີກາງທີ່ຈັດຂຶ້ນໃນຕອນບ່າຍວັນທີ 16 ພຶດສະພານີ້, ທ່ານອີຈຸ້ນ ຮອງຫົວໜ້າກົມເອີຣົບ-ອາຊີກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ, 5 ປະເທດອາຊີກາງແມ່ນຄູ່ຮ່ວມຍຸດທະສາດຮອບດ້ານທີ່ສຳຄັນຂອງຈີນ. ນັບແຕ່ການສ້າງສາຍພົວພັນທາງການທູດເປັນຕົ້ນມາ, ຈີນໄດ້ໃຫ້ຄວາມສຳຄັນໃນລະດັບສູງຕໍ່ສາຍພົວພັນກັບປະເທດຢູ່ອາຊີກາງມາໂດຍຕະຫຼອດ, ຈີນ ກັບ 5 ປະເທດຢູ່ອາຊີກາງ ໄດ້ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທັງໝົດ, ໄດ້ເຊັນເອກະສານການຮ່ວມມືວ່າດ້ວຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຈີນຫວັງວ່າຈະລົງເລິກມິດຕະພາບອັນເປັນມູນເຊື້ອກັບບັນດາປະເທດຢູ່ອາຊີກາງ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງບັນດາປະເທດ.

ຈີນຫວັງວ່າຈະຊຸກຍູ້ການຮ່ວມມືກັບບັນດາປະເທດຢູ່ອາຊີກາງຕື່ມອີກໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ